1. ຊື່ຫຼັກສູດ

  • ພາສາລາວ: ຫຼັກສູດປະລິນຍາຕີວິທະຍາສາດ ສາຂາເຄມີສາດ
  • ພາສາອັງກິດ: Bachelor of Science Program in Chemistry

2. ຊື່ປະກາສະນີຍະບັດ

  • ພາສາລາວ: ປະລິນຍາຕີວິທະຍາສາດ ສາຂາເຄມີສາດ
  • ພາສາອັງກິດ: Bachelor of Science in Chemistry

3. ໜ່ວຍງານຮັບຜິດຊອບ

ມະຫາວິທະຍາໄລແຫ່ງຊາດ, ຄະນະວິທະຍາສາດທຳມະຊາດ, ພາກວິຊາເຄມີສາດ

ເບີໂທລະສັບ 02056995449, 02055669799, 02098104761 ເບີໂທລະສານ 021770173

4. ປັດຊະຍາ

ເພື່ອປະຕິບັດຕາມແຜນຍຸດທະສາດການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງລັດຖະບານແຫ່ງ ສປປລາວ ໂດຍສະເພາະແມ່ນການບຸກທະລຸທາງດ້ານການພັດທະນາຊັບພະຍາກອນມະນຸດໃຫ້ປະກົດຜົນເປັນຈິງ. ການປັບປຸງຫຼັກສູດໃໝ່ໃຫ້ມີຄຸນນະພາບ ແລະ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດແມ່ນມີຄວາມຈຳເປັນເພາະຈະໄດ້ກໍ່ສ້າງນັກວິຊາການໃນສາຂາເຄມີສາດໃຫ້ມີຄວາມພ້ອມທາງດ້ານຄວາມຮູ້-ຄວາມສາມາດ, ມີຄວາມຊຳນານໃນດ້ານວິຊາການວິໄຈເຄມີ, ມີຈັນຍາບັນ ແລະ ສິນທຳປະຕິວັດ ແລະ ໃຫ້ກາຍເປັນຊັບພະຍາກອນມະນຸດຂອງຊາດທີີ່ມີຄຸນນະພາບ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານໃນຂອບເຂດທົ່ວປະເທດ, ພາກພື້ນ ແລະ ສາກົນ.

5. ຈຸດປະສົງຂອງຫຼັກສູດ

  • ເພື່ອສ້າງບຸກຄະລາກອນໃຫ້ກາຍເປັນນັກວິຊາການທາງດ້ານເຄມີສາດທີ່ມີຄວາມຮູ້, ຄວາມສາມາດທີ່ໜັກແໜ້ນທັງທາງທິດສະດີ, ການປະຕິບັດຕົວຈິງ, ມີທັກສະໃນການຄົ້ນຄວ້າວິໄຈ ແລະ ການແກ້ໄຂບັນຫາ ໂດຍມີຄວາມຮັບຜິດຊອບຕໍ່ສັງຄົມ.
  • ເພື່ອສ້າງໃຫ້ນັກສຶກສາມີທັກສະໃນການເຮັດວຽກງານວິໄຈທາງເຄມີ ແລະ ມີຄວາມສາມາດພຽງພໍໃນການປະກອບອາຊີບເປັນນັກວິຊາການຢູ່ໃນຂະແໜງການຕ່າງໆ ເຊັ່ນ: ອຸດສາຫະກຳປຸງແຕ່ງອາຫານ-ຢາ, ບໍ່ແຮ່, ເປັນຄູສອນ ແລະ ອື່ນໆ. ນອກຈາກນັ້ນ ຍັງສາມາດໄປສຶກສາຕໍ່ໃນລະດັບສູງ ໃນສາຂາວິຊາຕ່າງໆທີ່ກ່ຽວຂ້ອງ.
  • ເພື່ອສ້າງບຸກຄະລາກອນຂອງຊາດໃຫ້ມີແນວຄິດ, ຄຸນສົມບັດສິນທຳປະຕິວັດໃນການປະກອບອາຊີບ, ຮູ້ຮັກສາມັກຄີເພືອນຮ່ວມງານ-ອົງກອນ ແລະ ຮັກສາຮີດຄອງອັນດີງາມຂອງຊາດ.

6. ຜົນການຮຽນຮູ້ ແລະ ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສຳເລັດການສຶກສາ

6.1 ຜົນການຮຽນຮູ້

ພາຍຫຼັງສຳເລັດການສຶກສາໃນຫຼັກສູດສາຂາວິຊານີ້ແລ້ວນັກສຶກສາຈະສາມາດ:

ດ້ານຄວາມຮູ້:

  • ອະທິບາຍ ແລະ ຈຳແນກບັນດາທິດສະດີ, ຫຼັກການ ແລະ ພາກປະຕິບັດຕົວຈິງ.
  • ເຊື່ອມໂຍງທິດສະດີ, ຫຼັກການ ແລະ ພາກປະຕິບັດຕົວຈິງເຂົ້າດ້ວຍກັນຢ່າງເປັນລະບົບ.

ດ້ານທັກສະ:

  • ແກ້ໄຂບັນຫາທາງເຄມີໄດ້ຢ່າງມີລະບົບໂດຍໃຊ້ຫຼັກການ ແລະ ທິດສະດີທາງເຄມີພື້ນຖານທີ່ກ່ຽວຂ້ອງກັບທາດ ແລະ ຂະບວນການຕ່າງໆທີ່ເກີດຂຶ້ນ ຕັ້ງແຕ່ລະດັບອະຕອມ, ໂມເລກຸນ ຈົນເຖິງທາດໃນລະດັບມະຫາພາກ ລວມເຖິງຫຼັກຖານທາງວິທະຍາສາດໄດ້ຢ່າງຖືກຕ້ອງຄົບຖ້ວນ, ເໝາະສົມ ບົນພື້ນຖານຂອງຈັນຍາບັນທາງວິຊາການ.
  • ດຳເນີນການທົດລອງໂດຍໃຊ້ເຄື່ອງມື, ອຸປະກອນ, ວັດສະດຸ ແລະ ທາດເຄມີ ທີ່ກ່ຽວຂ້ອງກັບວິຊາການດ້ານເຄມີໄດ້ຢ່າງຖືກຕ້ອງຕາມຈຸດປະສົງຂອງໜ້າວຽກ ລວມເຖິງຄວາມປອດໄພຕາມມາດຕະຖານຫ້ອງທົດລອງ.

ດ້ານການນຳໃຊ້:

  • ສ້າງຜົນງານວິໄຈ ຫຼື ຜົນງານທາງວິຊາການດ້ານເຄມີ ໃຫ້ເປັນທີ່ຮັບຮູ້ຕໍ່ສັງຄົມໂດຍໃຊ້ລະບຽບວິທີວິໄຈຕາມຈັນຍາບັນທາງວິຊາການ.
  • ສື່ສານຄວາມຮູ້ທາງເຄມີ ແລະ ວິທະຍາສາດທົ່ວໄປ ໂດຍໃຊ້ທັກສະທັງພາສາລາວ ແລະ ພາສາອັງກິດໄດ້ຢ່າງມີປະສິດຕິພາບ, ເພື່ອແລກປ່ຽນ, ວິພາກວິຈານຂໍ້ມູນ, ສະແດງຄວາມຄິດເຫັນ ແລະ ນໍາສະເໜີຜົນງານ ໃຫ້ແທດເໝາະກັບໜ້າວຽກທີ່ຕົນເອງຮັບຜິດຊອບ.

ດ້ານທັກສະທາງສັງຄົມ:

  • ເຮັດວຽກເປັນໝູ່ຄະນະໄດ້ຢ່າງມີປະສິດຕິພາບ ຕາມພາລະບົດບາດ ແລະ ໜ້າທີ່ນັກວິທະຍາສາດດ້ານເຄມີຢ່າງເໝາະສົມ ແລະ ຍອມຮັບໃນຄວາມແຕກຕ່າງລະຫວ່າງບຸກຄົນ.
  • ນຳເອົາຄວາມຮູ້ຂັ້ນພື້ນຖານຂອງລະດັບປະລິນຍາຕີເພື່ອການສ້າງສັນຜົນງານວິໄຈ ຫຼື ຜົນງານວິຊາການດ້ານເຄມີໃຫ້ເປັນທີ່ຍອມຮັບໃນລະດັບປະເທດ, ພາກພື້ນ ແລະ ສາກົນ ເພື່ອຮັບໃຊ້ສັງຄົມ.

6.2 ອາຊີບທີ່ສາມາດປະກອບໄດ້ ພາຍຫຼັງສຳເລັດການສຶກສາ

ຮຽນຈົບຫຼັກສູດປະລິນຍາຕີສາຂາເຄມີສາດສາມາດປະກອບອາຊີບໄດ້ດັ່ງນີ້:

  • ອາຊີບດ້ານວິຊາການ ແລະ ການວິໄຈ ເຊັ່ນ: ນັກວິໄຈເຄມີ, ນັກວິຊາການດ້ານເຄມີ ແລະ ຄູອາຈານ.
  • ອາຊີບພະນັກງານລັດ ໃນໜ່ວຍງານອົງການຂອງລັດທີ່ກ່ຽວຂ້ອງກັບຂະແໜງການເຄມີທັງໃນຂັ້ນເມືອງ,ແຂວງ ແລະ ກະຊວງຕ່າງໆ ເຊັ່ນ: ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງສາທາລະນະສຸກ, ກະຊວງອຸດສາຫະກຳ ແລະ ການຄ້າ ຫຼື ໃນສະຖາບັນການສຶກສາລະດັບຕ່າງໆ.
  • ອາຊີບໃນແວດວົງທຸລະກິດ ເຊັ່ນ: ອຸດສາຫະກຳເຄມີປຸງແຕ່ງອາຫານ, ເຄື່ອງດື່ມ, ຢາ, ຜະລິດຕະພັນເຄື່ອງໃຊ້ຕ່າງໆ, ທີ່ປຶກສາທາງດ້ານເຄມີ, ອອກແບບຫ້ອງທົດລອງ, ຈຳໜ່າຍອຸປະກອນທົດລອງ-ທາດເຄມີ ແລະ ອື່ນໆ.

7. ການກຳນົດການເປີດສອນ

ຫຼັກສູດດັ່ງກ່າວນີ້ຈະເປີດສອນໃນສົກສຶກສາ 2020-2021 ເປັນຕົ້ນໄປ ໃນພາກວິຊາເຄມີສາດ, ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ. ຈະຈັດຕັ້ງການຮຽນ-ການສອນຈົບ 2-3 ຮຸ່ນຈຶ່ງຈະມີການປະເມີນຄືນ ເພື່ອປັບປຸງໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ຫຼັກສູດດັ່ງກ່າວສາມາດປັບປຸງ ແລະ ປ່ຽນແປງຕາມລະບົບການສຶກສາ.

8. ຄາດຄະເນແຜນການຮັບນັກສຶກສາ

ແຜນຄາດຄະເນຮັບນັກສຶກສາຫຼັກສູດລະດັບປະລິນຍາຕີສາຂາເຄມີສາດ ມີດັ່ງນີ້:

ສົກຮຽນ ຈຳນວນນັກສຶກສາ (ຄົນ) ຈຳນວນລວມ ຄາດຄະເນຈຳນວນ
ນັກສຶກສາຮຽນຈົບ
ປີ 1 ປີ 2 ປີ 3 ປີ 4
2020-2021 40 00 00 00 40 00
2021-2022 40 40 00 00 80 00
2022-2023 40 40 40 00 120 00
2023-2024 40 40 40 40 160 40

9. ຄຸນສົມບັດຂອງນັກສຶກສາ

ຜູ້ທີ່ຈະສະໝັກເຂົ້າສຶກສາໃນຫຼັກສູດປະລິນຍາຕີສາຂາເຄມີສາດ, ມະຫາວິທະຍາໄລແຫ່ງຊາດ ຕ້ອງມີເງື່ອນໄຂດັ່ງນີ້:

  • ສຳຫຼັບນັກຮຽນ:
  • ມີປະກາສະນີຍະບັດ ແລະ ໃບຄະແນນຈົບມັດທະຍົມສຶກສາຕອນປາຍ
  • ຜ່ານການສອບເສັງຄັດເລືອກຕາມລະບຽບການ ຂອງມະຫາວິທະຍາໄລແຫ່ງຊາດ
  • ມີສຸຂະພາບແຂງແຮງດີ
  • ມີຄຸນສົມບັດດີ
  • ປະຕິບັດຕາມເງື່ອນໄຂອື່ນໆ ທີ່ທາງມະຫາວິທະຍາໄລແຫ່ງຊາດກຳນົດ
    • ສຳຫຼັບພະນັກງານ:
  • ມີປະກາສະນີຍະບັດ ແລະ ໃບຄະແນນຈົບວິຊາສະເພາະຊັ້ນກາງ
  • ຜ່ານການສອບເສັງຄັດເລືອກຕາມລະບຽບການ ຂອງມະຫາວິທະຍາໄລແຫ່ງຊາດ
  • ມີສຸຂະພາບແຂງແຮງດີ
  • ມີຄຸນສົມບັດດີ
  • ໄດ້ຮັບການອະນຸມັດ ແລະ ເຫັນດີຈາກການຈັດຕັ້ງທີ່ກ່ຽວຂ້ອງ
  • ປະຕິບັດຕາມເງື່ອນໄຂອື່ນໆ ທີ່ທາງມະຫາວິທະຍາໄລແຫ່ງຊາດກຳນົດ

1o. ວິທີຄັດເລືອກຜູ້ເຂົ້າສຶກສາ

ແມ່ນອີງຕາມຂໍ້ກຳນົດຂອງມະຫາວິທະຍາໄລແຫ່ງຊາດ, ຜູ້ທີ່ມີມາດຖານຖືກຕ້ອງຕາມທີ່ກຳນົດໄວ້ໃນຂໍ້ 9 ຕ້ອງໄດ້ຍື່ນຄຳຮ້ອງເພື່ອສອບເສັງຄັດເລືອກເຂົ້າໃນແຕ່ລະຕົ້ນສົກຮຽນໂດຍມີຄະນະກຳມະການສອບເສັງຄັດເລືອກຈາກ ມຊ. ສົມທົບກັບກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ເພື່ອຄັດເລືອກ.

11. ການຈັດຕັ້ງການຮຽນ-ການສອນ

ອີງຕາມຂໍ້ກຳນົດຂອງມະຫາວິທະຍາລແຫ່ງຊາດ.

ຫຼັກສູດປະລິນຍາຕີວິທະຍາສາດສາຂາເຄມີສາດແມ່ນຈະສອນແບບເຕັມເວລາຕາມລະບົບໜ່ວຍກິດ ດັ່ງນີ້:

  • ໜຶ່ງສົກຮຽນແບ່ງເປັນ 2 ພາກຮຽນ (ມີພັກທ້າຍປີຮຽນ)
  • ໜຶ່ງພາກຮຽນມີ 20 ອາທິດ: ຮຽນຕົວຈິງ 16 ອາທິດ, ທວນຄືນ ແລະ ສອບເສັງພາກຮຽນ 2 ອາທິດ, ແຮວັນພັກຕ່າງໆ 1 ອາທິດ ແລະ ພັກພາກຮຽນ 1 ອາທິດ.
  • ໜຶ່ງອາທິດຮຽນ 5 ວັນ (ຈັນ ຫາ ສຸກ), ຕ່ຳສຸດ 25 ຊົ່ວໂມງ ແລະ ສູງສຸດ 35 ຊົ່ວໂມງ (5 ຫາ 7 ຊົ່ວໂມງ/ມື້)
  • ໜຶ່ງຊົ່ວໂມງຮຽນ 50 ນາທີ.

12. ໄລຍະເວລາການສຶກສາ

ຫຼັກສູດປະລິນຍາຕີວິທະຍາສາດ ສາຂາເຄມີສາດມີໄລຍະເວລາໃນການສຶກສາແບບເຕັມເວລາ ທັງໝົດ 4 ປີ (8 ພາກຮຽນ), ແລະສາມາດຮັກສາສະຖານະພາບໄດ້ຕື່ມອີກສູງສຸດ 2 ປີ (4 ພາກຮຽນ).

13. ການກຳນົດໜ່ວຍກິດໃນແຜນການຮຽນ-ການສອນ

13.1 ຈຳນວນໜ່ວຍກິດໃນແຕ່ລະໝວດວິຊາ

  1. ໝວດວິຊາຄວາມຮູ້ທົ່ວໄປ 17 ໜ່ວຍກິດ
  2. ໝວດວິຊາຄວາມຮູ້ພື້ນຖານວິຊາສະເພາະ 42 ໜ່ວຍກິດ
  3. ໝວດວິຊາສະເພາະ 69 ໜ່ວຍກິດ
    3.1 ຮຽນຕົວຈິງ                                                  63       ໜ່ວຍກິດ
    3.2 ຂຽນບົດໂຄງການຈົບຊັ້ນ                                   06       ໜ່ວຍກິດ
  1. ໝວດວິຊາເລືອກ04       ໜ່ວຍກິດ

ລວມທັງໝົດ                                                     132    ໜ່ວຍກິດ

13.2 ແຜນການຈັດຕັ້ງຮຽນ-ການສອນໃນແຕ່ລະປີ, ແຕ່ລະພາກຮຽນ

ປີທີ 1 ພາກຮຽນທີ 1

ລ/ດ ລະຫັດວິຊາ ຊື່ວິຊາ ຈຳນວນໜ່ວຍກິດ
1 115LS101 ລາວສຶກສາ 1 (Lao Studies 1) 2(2-0-4)
2 205ES101 ພາສາອັງກິດສຳລັບວິທະຍາສາດ 1 (English for Science 1) 2(0-4-2)
3 145PY101 ຈິດຕະວິທະຍາທົົ່ວໄປ (Psycology) 2(2-0-4)
4 205CA111 ແຄນຄູລັສ 1 (Calculus 1) 3(2-2-5)
5 205SC111 ຄວາມປອດໄພທາງເຄມີ (Safety in Chemistry) 2(2-0-4)
6 205CH111 ເຄມີສາດ 1 (Chemistry 1) 3(3-0-6)
7 205CL111 ທົດລອງເຄມີສາດ 1 (Chemistry Laboratory 1) 1(0-2-1)
8 205PH111 ຟິຊິກສາດ 1 (Physics 1) 3(2-2-5)
9 205PL111 ທົດລອງຟິຊິກສາດ 1 (Physics Laboratory 1) 1(0-2-1)
ລວມ 19(13-12-32)

 ປີທີ 1 ພາກຮຽນທີ 2

ລ/ດ ລະຫັດວິຊາ ຊື່ວິຊາ ຈຳນວນໜ່ວຍກິດ
1 135LS102 ລາວສຶກສາ 2 (Lao Studies 2) 2(2-0-4)
2 205ES102 ພາສາອັງກິດສຳລັບວິທະຍາສາດ 2 (English for Science 2) 2(0-4-2)
3 205CF111 ການນຳໃຊ້ຄອມພິວເຕີ້ພື້ນຖານ

(Fundamental Computer)

3(2-2-5)
4 205CH112 ເຄມີສາດ 2 (Chemistry 2) 3(3-0-6)
5 205CL112 ທົດລອງເຄມີສາດ 2 (Chemistry Laboratory 2) 1(0-2-1)
6 205PH112 ຟິຊິກສາດ 2 (Physics 2) 3(2-2-5)
7 205PL112 ທົດລອງຟິຊິກສາດ 2 (Physics Laboratory 2) 1(0-2-1)
8 205FS111 ສະຖິຕິພື້ນຖານ (Fundamental Statistic) 3(2-2-5)
9 205EV121 ເຄມີສິ່ງແວດລ້ອມ (Environmental Chemistry) 2(2-0-4)
ລວມ 20(13-14-33)

 ປີທີ 2 ພາກຮຽນທີ 1

ລ/ດ ລະຫັດວິຊາ ຊື່ວິຊາ ຈຳນວນໜ່ວຍກິດ
1 205EL211 ພາສາອັງກິດສຳລັບເຄມີສາດ 1

(English for Chemistry 1)

2(0-4-2)
2 205IN211 ເຄມີອະນົງຄະທາດ 1 (Inorganic Chemistry 1) 3(3-0-6)
3 205IL211 ທົດລອງເຄມີອະນົງຄະທາດ 1

(Inorganic Chemistry Laboratory 1)

1(0-2-1)
4 205PH211 ເຄມີຟິຊິກ 1 (Physical Chemistry 1) 3(3-0-6)
5 205PL211 ທົດລອງເຄມີຟິຊິກ 1

(Physical Chemistry Laboratory 1)

1(0-2-1)
6 205OR221 ເຄມີອົງຄະທາດ 1 (Organic Chemistry 1) 3(3-0-6)
7 205OL221 ທົດລອງເຄມີອົງຄະທາດ 1

(Organic Chemistry Laboratory 1)

1(0-2-1)
8 205IE221 ເຄມີອຸດສາຫະກຳແລະສະພາບແວດລ້ອມ

(Industry and Environment Chemistry)

2(2-0-4)
9 205SF221 ເຄມີດິນ ແລະ ປຸ໋ຍ

(Soil and Fertilizer Chemistry)

2(2-0-4)
ລວມ 18(13-10-31)

 ປີທີ 2 ພາກຮຽນທີ 2

ລ/ດ ລະຫັດວິຊາ ຊື່ວິຊາ ຈຳນວນໜ່ວຍກິດ
1 205EL212 ພາສາອັງກິດສຳລັບເຄມີສາດ 2

(English for Chemistry 2)

2(0-4-2)
2 205IN222 ເຄມີອະນົງຄະທາດ 2 (Inorganic Chemistry 2) 3(3-0-6)
3 205IL222 ທົດລອງເຄມີອະນົງຄະທາດ 2

(Inorganic Chemistry Laboratory 2)

1(0-2-1)
4 205OR222 ເຄມີອົງຄະທາດ 2 (Organic Chemistry 2) 3(3-0-6)
5 205OL222 ທົດລອງເຄມີອົງຄະທາດ 2

(Organic Chemistry Laboratory 2)

1(0-2-1)
6 205PH222 ເຄມີຟິຊິກ 2 (Physical Chemistry 2) 3(3-0-6)
7 205PL222 ທົດລອງເຄມີຟິຊິກ 2

(Physical Chemistry Laboratory 2)

1(0-2-1)
8 205BC211 ຊີວະເຄມີ 1 (Biochemistry 1) 3(2-2-5)
9 015ND201 ສຶກສາປ້ອງກັນຕົວ (Defense Studies) 3(0-2-7)
ລວມ 20(11-14-35)

 ປີທີ 3 ພາກຮຽນທີ 1

ລ/ດ ລະຫັດວິຊາ ຊື່ວິຊາ ຈຳນວນໜ່ວຍກິດ
1 205AN321 ເຄມີວິເຄາະ 1 (Analytical Chemistry 1) 3(3-0-6)
2 205AL321 ທົດລອງເຄມີວິເຄາະ 1

(Analytical Chemistry Laboratory 1)

1(0-2-1)
3 205RH321 ວິທີການຄົ້ນຄວ້າ (Research Methodology) 2(2-0-4)
4 205PH323 ເຄມີຟິຊິກ 3 (Physical Chemistry 3) 2(2-0-4)
5 205WQ321 ວິເຄາະຄຸນະພາບນໍ້າ (Water Quality Analysis) 2(2-0-4)
6 205WL321 ທົດລອງວິເຄາະຄຸນະພາບນໍ້າ

(Water Quality Analysis Laboratory)

1(0-2-1)
7 205SP321 ສະເປັກໂຕຣສະໂກປີ (Spectroscopy) 2(2-0-4)
8 205CT321 ໂຄຣມາໂຕກຣາຟີ (Chromatography) 2(2-0-4)
9 205FE321 ເຄມີອາຫານ (Food Chemistry) 2(2-0-4)
ລວມ 17(15-4-32)

ຫຼັງຈາກສອບເສັງພາກຮຽນ 1 ແລ້ວ ນັກສຶກສາຈະໄປທັດສະນະສຶກສາຕາມໂຮງງານຕ່າງໆ ທີ່ກ່ຽວຂ້ອງ ຕາມຄວາມເໝາະສົມ.

ປີທີ 3 ພາກຮຽນທີ 2

ລ/ດ ລະຫັດວິຊາ ຊື່ວິຊາ ຈຳນວນໜ່ວຍກິດ
1 115HR303 ມະນຸດສຳພັນ (Human Relation) 2(2-0-4)
2 205AN322 ເຄມີວິເຄາະ 2 (Analytical Chemistry 2) 3(3-0-6)
3 205AL322 ທົດລອງເຄມີວິເຄາະ 2

(Analytical Chemistry Laboratory 2)

1(0-2-1)
4 205SN321 ສຳມະນາ 1 (Seminar in Chemistry 1) 1(0-2-1)
5 205IA321 ວິເຄາະໂດຍໃຊ້ເຄື່ອງມື (Instrumental Analysis) 3(3-0-6)
6 205IL321 ທົດລອງວິເຄາະໂດຍໃຊ້ເຄື່ອງມື

(Instrumental Analysis Laboratory)

1(0-2-1)
7 205ET321 ພິດວິທະຍາສິ່ງແວດລ້ອມ (Environmental Toxicology) 2(2-0-4)
8 205EI321 ການປະເມີນຜົນກະທົບສິ່ງແວດລ້ອມ

(Evironmental Impact Assessment)

2(2-0-4)
9 205PM321 ເຄມີໂພລີເມີ (Polymer Chemistry) 2(2-0-4)
10 205PR321 ຝຶກງານ ຫຼື ເຮັດບົດໂຄງການນ້ອຍ (Internship Program) 1(0-0-3)
ລວມ 18(14-6-34)

 ປີທີ 4 ພາກຮຽນທີ 1

ລ/ດ ລະຫັດວິຊາ ຊື່ວິຊາ ຈຳນວນໜ່ວຍກິດ
1 115PO401 ການເມືອງ (Politics) 2(2-0-4)
2 205SN422 ສຳມະນາ 2 (Seminar in Chemistry 2) 1(0-2-1)
3 205OS421 ສັງເຄາະອົງຄະທາດ (Organic Synthesis) 2(2-0-4)
4 205SA421 ການວິເຄາະຂໍ້ມູນດ້ວຍໂປຣແກຣມສຳເລັດຮູບທາງສະຖິຕິ

(Statistic Analysis Tools)

3(2-2-5)
5 205NP421 ເຄມີຜະລິດຕະພັນທຳມະຊາດ

(Natural Products Chemistry)

2(2-0-4)
6 205FP421 ໂຄງການຈົບຊັ້ນ (Final Project) 1(0-0-3)
7 XXXXXXX ວິຊາເລືອກ (Selective Course) 2(2-0-4)
8 ວິຊາເລືອກ (Selective Course) 2(2-0-4)
ລວມ 15(12-4-29)

 ປີທີ 4 ພາກຮຽນທີ 2

ລ/ດ ລະຫັດວິຊາ ຊື່ວິຊາ ຈຳນວນໜ່ວຍກິດ
1 205FP421 ໂຄງການຈົບຊັ້ນ (Final Project) 5(0-0-15)
ລວມ 5(0-0-15)