1. ຊື່ຫຼັກສູດ
1.1 ຫຼັກສູດປະລິນຍາຕີ ວິທະຍາສາດ ສາຂາເຕັກໂນໂລຊີ ຊີວະພາບ
1.2 Bachelor of Science Program in Biotechnology
2. ຊື່ປະກາສະນີຍາບັດ
2.1 ປະລິນຍາຕີ ວິທະຍາສາດ ສາຂາເຕັກໂນໂລຊີ ຊີວະພາບ 2.2 ປຕ.ວ (ເຕັກໂນໂລຊີ ຊີວະພາບ) 2.3 Bachelor of Science in Biotechnology 2.4 B.Sc. (Biotechnology)
3. ໜ່ວຍງານຮັບຜິດຊອບ
ມະຫາວິທະຍາໄລແຫ່ງຊາດ, ຄະນະວິທະຍາສາດທຳມະຊາດ, ພາກວິຊາຊີວະວິທະຍາ. ຜູ້ຮັບຜິດ ຊອບຫຼັກສູດ:
- ອຈ.ປທ. ຕຸລາພອນ ແກ້ວແກ່ນ ຫົວໜ້າ 02056516884 (toulaphone@gmail.com)
- ຊອ.ປທ. ທິບພະຈັນ ສຸວັນນະສານ ຮອງ 02055997698 (ilazavong@yahoo.com)
- ອຈ.ປທ. ຈັນສົມ ແກ້ວອຸດອນ ຄະນະ 02055597189 (chansom_k@yahoo.com)
4. ປັດຊະຍາ
ຫຼັກສູດເຕັກໂນໂລຊີຊີວະພາບມີຄວາມມຸ່ງຫວັງ ເພື່ອພັດທະນາການສຶກສາ ແລະ ສ້າງບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດເປັນເລີດທາງເຕັກໂນໂລຊີຊີວະພາບ, ມີຈັນຍາບັນ, ມີຄຸນສົມບັດສິນທໍາປະຕິວັດ ໂດຍຜ່ານຂະບວນການຄົ້ນຄວ້າວິໄຈທີ່ມີຄຸນນະພາບ, ສາມາດພັດທະນາຄວາມຮູ້ກ້າວສູ່ລະດັບສູງ, ສາມາດນໍາໃຊ້ຄວາມຮູ້ທາງດ້ານເຕັກໂນໂລຊີ ແລະ ນະວັດຕະກໍາໃໝ່ເຂົ້າສູ່ການພັດທະນາຊຸມຊົນ.
5. ຈຸດປະສົງຂອງຫຼັກສູດ
- ເພື່ອສ້າງນັກວິຊາການໃຫ້ມີຄວາມຮູ້, ຄວາມສາມາດດ້ານເຕັກໂນໂລຊີຊີວະພາບ ເພື່ອຕອບສະ ໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນໄລຍະໃໝ່.
- ເພື່ອໃຫ້ຜູ້ຮຽນມີຄວາມສາມາດ, ມີທັກສະ, ຄວາມຊຳນິຊຳນານ, ມີຫົວຄິດປະດິດສ້າງ ແລະ ສາມາດນຳໃຊ້ເຂົ້າໃນການປະກອບອາຊີບຢ່າງມີປະສິດທິຜົນ.
- ເພື່ອໃຫ້ຜູ້ຮຽນສາມາດສືບຕໍ່ສຶກສາໃນລະດັບສູງຂຶ້ນ.
6. ຜົນການຮຽນຮູ້ ແລະ ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສຳເລັດການສຶກສາ
6.1 ຜົນການຮຽນຮູ້
ພາຍຫຼັງສຳເລັດການສຶກສາໃນຫຼັກສູດສາຂາວິຊານີ້ແລ້ວນັກສຶກສາຈະສາມາດ:
ດ້ານຄວາມຮູ້:
- ນໍາໃຊ້ຄວາມຮູ້ດ້ານທິດສະດີ ແລະ ຫຼັກການທາງເຕັກໂນໂລຊີຊີວະພາບ
- ລະບຸຊື່ຂອງສິ່ງມີຊີວິດຕາມຫຼັກການທາງວິທະຍາສາດ
- ຄັດເລືອກເຊື້ອຈຸລະຊີບທີ່ເປັນປະໂຫຍດເຂົ້າໃນການເຮັດຜະລິດຕະພັນທາງຊີວະພາບ.
ດ້ານການນຳໃຊ້:
- ປະເມີນຄວາມຫຼາກຫຼາຍຂອງສິ່ງທີ່ມີຊີວິດ ແລະ ສິ່ງແວດລ້ອມ.
- ວາງແຜນຈັດສັນຄຸ້ມຄອງຊີວະນາໆພັນ ແລະ ສິ່ງແວດລ້ອມ.
- ຈັດລະບຽນຄຸນຄ່າ ແລະ ຄວາມສໍາຄັນຂອງສິ່ງທີ່ມີຊີວິດ.
- ດໍາເນີນການເຮັດຜະລິດຕະພັນທາງຊີວະພາບໃນລະດັບຊຸມຊົນໄດ້.
ດ້ານທັກສະ:
- ດໍາເນີນວຽກງານເປັນໝູ່ຄະນະໄດ້ຢ່າງມີປະສິດທິພາບ.
- ແກ້ໄຂບັນຫາສະເພາະໜ້າ
ດ້ານທັກສະທາງສັງຄົມ:
– ປະຕິບັດວຽກງານໃຫ້ມີຄຸນສົມບັດ, ສິນທໍາ, ຈັນຍາບັນ ແລະ ນັບຖືວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດລາວ.
6.2 ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສຳເລັດການສຶກສາ
ຮຽນຈົບຫຼັກສູດປະລິນຍາຕີສາຂາເຕັກໂນໂລຊີຊີວະພາບສາມາດປະກອບອາຊີບໄດ້ດັ່ງນີ້:
- ດ້ານວິຊາການ ແລະ ການວິໄຈເຊັ່ນ: ຄູ-ອາຈານ, ນັກວິຊາການ, ນັກວິໄຈ ແລະ ອື່ນໆ.
- ອາຊີບພະນັກງານລັດ ໃນສະຖາບັນການສຶກສາລະດັບຕ່າງໆ, ການພັດທະນາຊຸມຊົນ ແລະ ໂຮງງານອຸດສະຫະກໍາຕ່າງໆ.
- ເປັນນັກວິຊາການໃຫ້ກັບຂະແໜງກະສິກໍາ, ໂຮງງານອຸດສະຫະກໍາອາຫານ ແລະ ເຄື່ອງດື່ມ.
7. ການກຳນົດການເປີດສອນ
ເລີ່ມແຕ່ສົກສຶກສາ 2019-2020 ເປັນຕົ້ນໄປ ໃນພາກວິຊາຊີວະວິທະຍາ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ ພາຍຫຼັງຈັດຕັ້ງການຮຽນການສອນຈົບ 1 ຮຸ່ນ ຈິ່ງປະເມີນຄືນເພື່ອປັບປຸງໃຫ້ແທດ ເໝາະກັບສະພາບຄວາມເປັນຈິງຂອງການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ.
8. ຄາດຄະເນແຜນການຮັບນັກສຶກສາ
ສົກສຶກສາ | ຈຳນວນນັກສຶກສາ | ຈຳນວນລວມ | ຄາດຄະເນນັກສຶກສາຮຽນຈົບ | |||
ປີທີ 1 | ປີທີ 2 | ປີທີ 3 | ປີທີ 4 | |||
2019-2020 | 40 | 0 | 0 | 0 | 40 | 40 |
2020-2021 | 40 | 40 | 0 | 0 | 80 | 80 |
2021-2022 | 40 | 40 | 40 | 0 | 120 | 120 |
2022-2023 | 40 | 40 | 40 | 40 | 160 | 160 |
9. ຄຸນສົມບັດຂອງນັກສຶກສາ
ຜູ້ທີ່ຈະສະໝັກເຂົ້າສຶກສາໃນຫຼັກສູດປະລິນຍາຕີຂອງມະຫາວິທະຍາໄລແຫ່ງຊາດ ຕ້ອງມີເງື່ອນໄຂດັ່ງນີ້:
9.1 ສຳລັບນັກສຶກສາ:
– ມີປະກາສະນີຍະບັດ ແລະ ໃບຄະແນນຈົບມັດທະຍົມຕອນປາຍ
– ຜ່ານການສອບເສັງຄັດເລືອກຕາມລະບຽບຂອງມະຫາວິທະຍາໄລແຫ່ງຊາດ
– ມີສຸຂະພາບແຂງແຮງດີ
– ມີຄຸນສົມບັດດີ
– ປະຕິບັດຕາມເງື່ອນໄຂອື່ນໆ ທີ່ທາງມະຫາວິທະຍາໄລແຫ່ງຊາດກໍານົດ
9.2 ສຳລັບພະນັກງານ:
– ມີປະກາສະນີຍະບັດ ແລະ ໃບຄະແນນຈົບວິຊາສະເພາະຊັ້ນສູງ
– ຜ່ານການສອບເສັງຄັດເລືອກຕາມລະບຽບຂອງມະຫາວິທະຍາໄລແຫ່ງຊາດ
– ມີສຸຂະພາບແຂງແຮງດີ
– ມີຄຸນສົມບັດດີ
– ໄດ້ຮັບອະນຸມັດ ແລະ ຜ່ານການເຫັນດີຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ
– ປະຕິບັດຕາມເງື່ອນໄຂອື່ນໆ ທີ່ທາງມະຫາວິທະຍາໄລແຫ່ງຊາດກໍານົດ
10. ວິທີການຄັດເລືອກຜູ້ທີ່ຈະເຂົ້າສຶກສາ
ໃນການຄັດເລືອກຜູ້ເຂົ້າສຶກສາ ແລະ ປະຕິບັດຕາມລະບຽບຂອງມະຫາວິທະຍາໄລແຫ່ງຊາດກຳນົດ.
11. ການຈັດຕັ້ງການຮຽນ–ການສອນ
– ໜຶ່ງສົກສຶກສາ ແບ່ງເປັນ 2 ພາກຮຽນ
– ໜຶ່ງພາກຮຽນ ມີ 20 ອາທິດ: ຮຽນຕົວຈິງ 16 ອາທິດ, ທວນຄືນ ແລະ ສອບເສັງ 2 ອາທິດ, ແຮວັນພັກ 1 ອາທິດ ແລະ ພັກພາກຮຽນ 1 ອາທິດ.
– ໜຶ່ງອາທິດມີຮຽນ 5 ວັນ (ວັນຈັນ ຫາ ວັນສຸກ), ຕໍ່າສຸດ 25 ຊົ່ວໂມງ ແລະ ສູງສຸດ 35 ຊົ່ວໂມງ (5 ຫາ 7 ຊົ່ວໂມງ/ມື້).
– ໜຶ່ງຊົ່ວໂມງຮຽນ 50 ນາທີ
12. ໄລຍະເວລາການສຶກສາ
ນັກສຶກສາທີ່ຮຽນໃຊ້ເວລາໃນການຮຽນຈົບຫຼັກສູດ 4 ປີ ແລະ ສາມາດຮັກສາສະຖານະພາບໄດ້ຕື່ມອີກ 2 ປີ.
13. ການກຳນົດໜ່ວຍກິດໃນແຜນການຮຽນ-ການສອນ
13.1 ຈຳນວນໜ່ວຍກິດໃນແຕ່ລະໝວດວິຊາ
1) ໝວດວິຊາຄວາມຮູ້ທົ່ວໄປ 17 ໜ່ວຍກິດ
2) ໝວດວິຊາພື້ນຖານຂອງວິຊາສະເພາະ 37 ໜ່ວຍກິດ
3) ໝວດວິຊາສະເພາະ 69 ໜ່ວຍກິດ
3.1 ຮຽນຕົວຈິງ 63 ໜ່ວຍກິດ
3.2 ຂຽນບົດໂຄງການຈົບຊັ້ນ 06 ໜ່ວຍກິດ
4) ໝວດວິຊາເລືອກ 03 ໜ່ວຍກິດ
ລວມທັງໝົດ 126 ໜ່ວຍກິດ
13.2 ແຜນການຈັດຕັ້ງການຮຽນ – ການສອນໃນແຕ່ລະປີ, ໃນແຕ່ລະພາກຮຽນ
ປີທີ 1 ພາກຮຽນ 1
ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ | ກຸ່ມວິຊາ |
205ES101 | ພາສາອັງກິດສໍາລັບວິທະຍາສາດ 1 | 2 (0 – 4 – 2) | ຄວາມຮູ້ທົ່ວໄປ |
145 PY101 | ຈິດຕະວິທະຍາທົ່ວໄປ | 2 (2 – 0 – 4) | ຄວາມຮູ້ທົ່ວໄປ |
115LS101 | ລາວສຶກສາ 1 | 2 (2 – 0 – 4) | ຄວາມຮູ້ທົ່ວໄປ |
205CA111 | ແຄລຄູລັສ 1 | 3 (2 – 2 – 5) | ພື້ນຖານຂອງວິຊາສະເພາະ |
205CH111 | ເຄມີສາດ 1 | 3 (3 – 0 – 6) | ພື້ນຖານຂອງວິຊາສະເພາະ |
205CL111 | ທົດລອງເຄມີສາດ 1 | 1 (0 – 2 – 1) | ພື້ນຖານຂອງວິຊາສະເພາະ |
205GP111 | ຟີຊິກສາດ 1 | 3 (3 – 0 – 6) | ພື້ນຖານຂອງວິຊາສະເພາະ |
205PL111 | ທົດລອງຟີຊິກສາດ 1 | 1 (0 – 2 – 1) | ພື້ນຖານຂອງວິຊາສະເພາະ |
205BI111 | ພື້ນຖານຊີວະວິທະຍາ | 3 (2 – 2 – 5) | ພື້ນຖານຂອງວິຊາສະເພາະ |
ລວມ: | 20 (14-12-34) |
ປີທີ 1 ພາກຮຽນ 2
ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ | ກຸ່ມວິຊາ |
205ES102 | ພາສາອັງກິດສໍາລັບວິທະຍາສາດ 2 | 2 (0 – 4 – 2) | ຄວາມຮູ້ທົ່ວໄປ |
135LS102 | ລາວສຶກສາ 2 | 2 (2 – 0 – 4) | ຄວາມຮູ້ທົ່ວໄປ |
205FS111 | ສະຖິຕິພື້ນຖານ | 3 (2 – 2 – 5) | ພື້ນຖານຂອງວິຊາສະເພາະ |
205OG111 | ເຄມີອົງຄະທາດ | 3 (2 – 2 – 5) | ພື້ນຖານຂອງວິຊາສະເພາະ |
205TB112 | ເຕັກນິກທາງຊີວະວິທະຍາ | 1 (0 – 2 – 1) | ພື້ນຖານຂອງວິຊາສະເພາະ |
205BT122 | ພືດສາດ | 3 (2 – 2 – 5) | ວິຊາສະເພາະ |
205CF111 | ຄອມພິວເຕີພື້ນຖານ | 3 (2 – 2 – 5) | ພື້ນຖານຂອງວິຊາສະເພາະ |
ລວມ: | 17 (10-14-27) |
ປີທີ 2 ພາກຮຽນ 1
ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ | ກຸ່ມວິຊາ |
205EB211 | ພາສາອັງກິດສໍາລັບຊີວະວິທະຍາ 3 | 2 (0 – 4 – 2) | ພື້ນຖານຂອງວິຊາສະເພາະ |
205AN211 | ເຄມີວິເຄາະ | 3 (2 – 2- 5) | ພື້ນຖານຂອງວິຊາສະເພາະ |
205HP221 | ຮໍໂມນພືດ | 3 (2 – 2 – 5) | ວິຊາສະເພາະ |
205BC221 | ຊີວະເຄມີ 1 | 3 (2 – 2 – 5) | ວິຊາສະເພາະ |
205MI221 | ຈຸລະຊີບວິທະຍາທົ່ວໄປ | 3 (2 – 2 – 5) | ພື້ນຖານຂອງວິຊາສະເພາະ |
205EC122 | ນິເວດວິທະຍາ | 3 (2 – 2 – 5) | ພື້ນຖານຂອງວິຊາສະເພາະ |
ລວມ: | 17 (10 -14 -27) |
ປີທີ 2 ພາກຮຽນ 2
ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ | ກຸ່ມວິຊາ |
205EB212 | ພາສາອັງກິດສໍາລັບຊີວະວິທະຍາ 4 | 2 (0 – 4 – 2) | ພື້ນຖານຂອງວິຊາສະເພາະ |
205BC222 | ຊີວະເຄມີ 2 | 3 (2 – 2 – 5) | ວິຊາສະເພາະ |
205AM222 | ຈຸລະຊີບນຳໃຊ້ | 3 (2 – 2 – 5) | ວິຊາສະເພາະ |
015ND201 | ສຶກສາປ້ອງກັນຕົວ | 3 (0 – 2 – 7) | ຄວາມຮູ້ທົ່ວໄປ |
205FG222 | ເຫັດ-ຣາວິທະຍາ | 3 (2 – 2 – 5) | ວິຊາສະເພາະ |
205PH222 | ເຕັກໂນໂລຊີໃນການເກັບຮັກສາຜົນຜະລິດ | 3 (2 – 2 – 5) | ວິຊາສະເພາະ |
ລວມ: | 17(08-14-29) |
ປີທີ 3 ພາກຮຽນ 1
ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ | ກຸ່ມວິຊາ |
205EB311 | ພາສາອັງກິດສໍາລັບຊີວະວິທະຍາ 5 | 2 (0 – 4 – 2) | ພື້ນຖານຂອງວິຊາສະເພາະ |
205FC321 | ເຄມີອາຫານ | 3 (2 – 2 – 5) | ວິຊາສະເພາະ |
205TC321 | ການເພາະລ້ຽງແພຈຸລັງພືດ | 3 (2 – 2 – 5) | ວິຊາສະເພາະ |
205TF321 | ເຕັກໂນໂລຊີໃນການໝັກ | 3 (2 – 2 -5) | ວິຊາສະເພາະ |
205RB311 | ວິທີການຄົ້ນຄວ້າ | 2 (2 – 0 – 4) | ພື້ນຖານຂອງວິຊາສະເພາະ |
115PO301 | ການເມືອງ | 2 (2 – 0 -4) | ຄວາມຮູ້ທົ່ວໄປ |
ລວມ: | 15(10-10-25) |
ປີທີ 3 ພາກຮຽນ 2
ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ | ກຸ່ມວິຊາ |
205EB312 | ພາສາອັງກິດສໍາຫຼັບຊີວະວິທະຍາ 6 | 2 (0 – 4 – 2) | ພື້ນຖານຂອງວິຊາສະເພາະ |
205EN322 | ເອນໄຊມ໌ວິທະຍາ | 3 (2 – 2 – 5) | ວິຊາສະເພາະ |
205GE222 | ກຳມະພັນວິທະຍາ | 3 (2 – 2 – 5) | ວິຊາສະເພາະ |
205SB322 | ສຳມະນາ | 1 (0 -2 – 1) | ວິຊາສະເພາະ |
205ST322 | ຝຶກງານ | 2 (0 -0- 6) | ວິຊາສະເພາະ |
115HR303 | ມະນຸດສຳພັນ | 2 (2 – 0 – 4) | ຄວາມຮູ້ທົ່ວໄປ |
205TX322 | ພິດວິທະຍາ | 3 (2 – 2 – 5) | ວິຊາສະເພາະ |
205FP322 | ການແປຮູບອາຫານ | 3 (2 – 2 – 5) | ວິຊາສະເພາະ |
ລວມ: | 19(10 – 14 -31) |
ປີທີ 4 ພາກຮຽນ 1
ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ | ກຸ່ມວິຊາ |
205BC421 | ການຄວບຄຸມທາງຊີວະວິທະຍາ | 3 (2- 2 – 5) | ວິຊາສະເພາະ |
205BS421 | ຄວາມປອດໄພທາງດ້ານເຕັກໂນໂລຊີຊີວະພາບ | 3(2- 2 – 5) | ວິຊາສະເພາະ |
205FN421 | ອາຫານ ແລະ ໂພຊະນາການ | 3 (2- 2 – 5) | ວິຊາສະເພາະ |
205MT421 | ເຕັກໂນໂລຊີການປູກເຫັດ | 3 (2- 2 – 5) | ວິຊາສະເພາະ |
XXXXXXXX | ວິຊາເລືອກ | 3 (1 – 4 – 4) | ວິຊາເລືອກ |
205FP421 | ບົດໂຄງການຈົບຊັ້ນ | 6 (0- 0- 18) | ວິຊາສະເພາະ |
ລວມ: | 21(8 – 8- 38) |
ປີທີ 4 ພາກຮຽນ 2
ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ | ກຸ່ມວິຊາ |
205FP421 | ບົດໂຄງການຈົບຊັ້ນ | 6 (0- 0- 18) | ວິຊາສະເພາະ |
ລວມ: | 6 (0- 0- 18) |