1. ຊື່ຫຼັກສູດ
1.1 ຫຼັກສູດປະລິນຍາຕີ ວິທະຍາສາດ ສາຂາຊີວະວິທະຍາ
1.2 Bachelor of Science Program in Biology
2. ຊື່ປະກາສະນີຍະບັດ
2.1 ປະລິນຍາຕີ ວິທະຍາສາດ ສາຂາຊີວະວິທະຍາ
2.2 ປຕ.ວ. (ຊີວະວິທະຍາ)
2.3 Bachelor of Science in Biology
2.4 B.Sc. (Biology)
4. ໜ່ວຍງານຮັບຜິດຊອບ
ມະຫາວິທະຍາໄລແຫ່ງຊາດ, ຄະນະວິທະຍາສາດທຳມະຊາດ, ພາກວິຊາຊີວະວິທະຍາ. ຜູ້ຮັບຜິດຊອບຫຼັກສູດ:
- ອຈ.ປທ. ຄຳຟ້າ ຈັນທະວົງສາ ຫົວໜ້າ 02059096515 (kh_favongsa@yahoo.com)
- ອຈ.ປທ. ສຸລິວັນ ຫຼ້າໜໍ່ສະຫວັນ ຮອງ 02055209822 (biokklano@yahoo.com)
- ຊອ.ປທ. ກອນອຸມາ ພົງສາ ຄະນະ 02055597503 (ph.koneouma@gmail.com)
5. ປັດຊະຍາ
ຫຼັກສູດຊີວະວິທະຍາມີຄວາມມຸ້ງຫວັງ ເພື່ອພັດທະນາການສຶກສາ ແລະ ສ້າງບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດເປັນເລີດທາງຊີວະວິທະຍາ, ມີຈັນຍາບັນ, ມີຄຸນສົມບັດສິນທໍາປະຕິວັດ ໂດຍຜ່ານຂະບວນການຄົ້ນຄວ້າວິໄຈທີ່ມີຄຸນນະພາບ, ສາມາດພັດທະນາຄວາມຮູ້ກ້າວສູ່ລະດັບສູງ ແລະ ນໍາໃຊ້ຄວາມຮູ້ຄວາມສາມາດເຂົ້າໃນການຄົ້ນຄວ້າ, ການອະນຸລັກຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ການພັດທະນາເສດຖະກິດສັງຄົມແຫ່ງຊາດຕາມທິດສີຂຽວ ແລະ ຍືນຍົງ.
6. ຈຸດປະສົງຂອງຫຼັກສູດ
- ເພື່ອສ້າງນັກວິຊາການໃຫ້ມີຄວາມຮູ້ ຄວາມສາມາດເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ.
- ເພື່ອໃຫ້ຜູ້ຮຽນມີຄວາມສາມາດ, ມີທັກສະ, ຄວາມຊຳນິຊຳນານ, ມີຫົວຄິດປະດິດສ້າງ ແລະ ສາມາດນຳໃຊ້ເຂົ້າໃນການປະກອບອາຊີບຢ່າງມີປະສິດທິຜົນ.
- ເພື່ອໃຫ້ຜູ້ຮຽນສາມາດສືບຕໍ່ສຶກສາໃນລະດັບສູງຂຶ້ນ.
- ໃຫ້ຜູ້ຮຽນຮູ້ ທີ່ຮຽນຈົບຈາກສາຂາວິຊານີ້ ມີຄຸນສົມບັດດີ, ມີແນວຄວາມຄິດຮັກຊາດ ຮັກສັງຄົມ ເຊິ່ງລວມເອົາຄວາມຮັກທຳມະຊາດ ທັງສິ່ງມີຊີວິດ ແລະ ສິ່ງທີ່ບໍ່ມີຊີວິດ ໂດຍສະເພາະ ແມ່ນຊັບພະຍາກອນຂອງຊາດ ໃຫ້ມີການນຳໃຊ້ຢ່າງມີປະສິດທິຜົນ ແລະ ຍືນຍົງ.
- ຜົນການຮຽນຮູ້ ແລະ ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສຳເລັດການສຶກສາ
6.1 ຜົນການຮຽນຮູ້
ພາຍຫຼັງສຳເລັດການສຶກສາໃນຫຼັກສູດສາຂາວິຊານີ້ແລ້ວນັກສຶກສາຈະສາມາດ:
ດ້ານຄວາມຮູ້:
– ນໍາໃຊ້ຄວາມຮູ້ທາງດ້ານທິດສະດີ ແລະ ຫຼັກການດ້ານຊີວະວິທະຍາ
– ສໍາຫຼວດ ແລະ ຈັດຈໍາແນກສິ່ງທີ່ມີຊີວິດຕາມຫຼັກການທາງວິທະຍາສາດ
– ວິເຄາະບັນຫາຂະບວນການຕ່າງໆຂອງສິ່ງທີ່ມີຊີວິດ
ດ້ານການນຳໃຊ້:
– ປະເມີນຄວາມຫຼາກຫຼາຍຂອງສິ່ງມີຊີວິດ ແລະ ສິ່ງແວດລ້ອມ
– ກວດກາຕິດຕາມການປ່ຽນແປງຂອງສິ່ງມີຊີວິດ ແລະ ສິ່ງແວດລ້ອມ
– ຈັດລະບຽບຄຸນຄ່າ ແລະ ຄວາມສໍາຄັນຂອງສິ່ງທີ່ມີຊີວິດ
– ວາງແຜນ, ຈັດສັນຄຸ້ມຄອງຊີວະນາໆພັນ ແລະ ສິ່ງແວດລ້ອມ
ດ້ານທັກສະ:
– ດໍາເນີນວຽກງານເປັນໝູ່ຄະນະຢ່າງມີປະສິດທິພາບ
– ແກ້ໄຂບັນຫາສະເພາະໜ້າ
ດ້ານທັກສະທາງສັງຄົມ:
– ປະຕິບັດວຽກງານໃຫ້ມີຄຸນສົມບັດ, ສິນທໍາ, ຈັນຍາບັນ ແລະ ນັບຖືວັດທະນະທໍາອັນດີງາມຂອງຊາດລາວ
6.2 ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສຳເລັດການສຶກສາ
ຮຽນຈົບຫຼັກສູດປະລິນຍາຕີສາຂາຊີວະວິທະຍາສາມາດປະກອບອາຊີບໄດ້ດັ່ງນີ້:
1) ດ້ານວິຊາການ ແລະ ການວິໄຈເຊັ່ນ: ຄູ-ອາຈານ, ນັກວິຊາການ, ນັກວິໄຈ ແລະ ອື່ນໆ.
2) ອາຊີບພະນັກງານລັດ ໃນສະຖາບັນການສຶກສາລະດັບຕ່າງໆ, ການພັດທະນາຊຸມຊົນ ແລະ ການອະນຸລັກທາງດ້ານຊັບພະຍາກອນທຳມະຊາດ.
3) ເປັນນັກວິຊາການໃຫ້ກັບອົງກອນ ຫຼື ອົງການອະນຸລັກສາກົນເຊັ່ນ: IUCN, FFW, WCS, MRC, IRD, GIZ ແລະ ອື່ນໆ.
4) ປະກອບອາຊີບທາງດ້ານການກະເສດ.
5) ສາມາດເປັນນັກປະເມີນທາງດ້ານສິ່ງແວດລ້ອມ.
7. ການກຳນົດການເປີດສອນ
ເລີ່ມເປີດສອນສົກສຶກສາ 2019-2020 ເປັນຕົ້ນໄປ ໃນພາກວິຊາຊີວະວິທະຍາ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ ພາຍຫຼັງຈັດຕັ້ງການຮຽນການສອນຈົບ 1 ຮຸ່ນ ຈິ່ງປະເມີນຄືນເພື່ອປັບປຸງໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ.
8. ຄາດຄະເນແຜນການຮັບນັກສຶກສາ
ສົກສຶກສາ |
ຈຳນວນນັກສຶກສາ |
ຈຳນວນລວມ |
ຄາດຄະເນນັກສຶກສາຮຽນຈົບ |
|||
ປີທີ 1 |
ປີທີ 2 |
ປີທີ 3 |
ປີທີ 4 |
|
|
|
2019-2020 |
40 |
0 |
0 |
0 |
40 |
40 |
2020-2021 |
40 |
40 |
0 |
0 |
80 |
80 |
2021-2022 |
40 |
40 |
40 |
0 |
120 |
120 |
2022-2023 |
40 |
40 |
40 |
40 |
160 |
160 |
9. ຄຸນສົມບັດຂອງນັກສຶກສາ
ຜູ້ທີ່ຈະສະໝັກເຂົ້າສຶກສາໃນຫຼັກສູດປະລິນຍາຕີຂອງມະຫາວິທະຍາໄລແຫ່ງຊາດ ຕ້ອງມີເງື່ອນໄຂດັ່ງນີ້:
9.1 ສຳລັບນັກສຶກສາ:
– ມີປະກາສະນີຍະບັດ ແລະ ໃບຄະແນນຈົບມັດທະຍົມຕອນປາຍ.
– ຜ່ານການສອບເສັງຄັດເລືອກຕາມລະບຽບຂອງມະຫາວິທະຍາໄລແຫ່ງຊາດ.
– ມີສຸຂະພາບແຂງແຮງດີ.
– ມີຄຸນສົມບັດດີ.
– ປະຕິບັດຕາມເງື່ອນໄຂອື່ນໆ ທີ່ທາງມະຫາວິທະຍາໄລແຫ່ງຊາດກຳນົດ.
9.2 ສຳລັບພະນັກງານ:
– ມີປະກາສະນີຍະບັດ ແລະ ໃບຄະແນນຈົບວິຊາສະເພາະຊັ້ນສູງ.
– ຜ່ານການສອບເສັງຄັດເລືອກຕາມລະບຽບຂອງມະຫາວິທະຍາໄລແຫ່ງຊາດ.
– ມີສຸຂະພາບແຂງແຮງດີ.
– ມີຄຸນສົມບັດດີ.
– ໄດ້ຮັບອະນຸມັດ ແລະ ຜ່ານການເຫັນດີຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ.
– ປະຕິບັດຕາມເງື່ອນໄຂອື່ນໆ ທີ່ທາງມະຫາວິທະຍາໄລແຫ່ງຊາດກຳນົດ.
10. ວິທີການຄັດເລືອກຜູ້ທີ່ຈະເຂົ້າສຶກສາ
ໃນການຄັດເລືອກຜູ້ເຂົ້າສຶກສາ ແລະ ປະຕິບັດຕາມລະບຽບຂອງມະຫາວິທະຍາໄລແຫ່ງຊາດກຳນົດ.
11. ການຈັດຕັ້ງການຮຽນ–ການສອນ
– ໜຶ່ງສົກສຶກສາ ແບ່ງເປັນ 2 ພາກຮຽນ
– ໜຶ່ງພາກຮຽນ ມີ 20 ອາທິດ: ຮຽນຕົວຈິງ 16 ອາທິດ, ທວນຄືນ ແລະ ສອບເສັງ 2 ອາທິດ, ແຮວັນພັກ 1 ອາທິດ ແລະ ພັກພາກຮຽນ 1 ອາທິດ.
– ໜຶ່ງອາທິດມີຮຽນ 5 ວັນ (ວັນຈັນ ຫາ ວັນສຸກ), ຕໍ່າສຸດ 25 ຊົ່ວໂມງ ແລະ ສູງສຸດ 35 ຊົ່ວໂມງ (5 ຫາ 7 ຊົ່ວໂມງ/ມື້).
– ໜຶ່ງຊົ່ວໂມງຮຽນ 50 ນາທີ
12. ໄລຍະເວລາການສຶກສາ
ນັກສຶກສາທີ່ຮຽນໃຊ້ເວລາໃນການຮຽນຈົບຫຼັກສູດ 4 ປີ ແລະ ສາມາດຮັກສາສະຖານະພາບໄດ້ຕື່ມອີກ 2 ປີ.
13. ການກຳນົດໜ່ວຍກິດໃນແຜນການຮຽນ-ການສອນ
13.1 ຈຳນວນໜ່ວຍກິດໃນແຕ່ລະໝວດວິຊາ
- ໝວດວິຊາຄວາມຮູ້ທົ່ວໄປ 17 ໜ່ວຍກິດ
- ໝວດວິຊາພື້ນຖານວິຊາສະເພາະ 37 ໜ່ວຍກິດ
- ໝວດວິຊາສະເພາະ 71 ໜ່ວຍກິດ
3.1 ຮຽນຕົວຈິງ 65 ໜ່ວຍກິດ
3.2 ຂຽນບົດໂຄງການຈົບຊັ້ນ 06 ໜ່ວຍກິດ
- ໝວດວິຊາເລືອກ 03 ໜ່ວຍກິດ
ລວມທັງໝົດ 128 ໜ່ວຍກິດ
13.2 ແຜນການຈັດຕັ້ງການຮຽນ – ການສອນໃນແຕ່ລະປີ, ໃນແຕ່ລະພາກຮຽນ
ປີທີ 1 ພາກຮຽນ 1
ລະຫັດວິຊາ |
ຊື່ວິຊາ |
ໜ່ວຍກິດ |
ກຸ່ມວິຊາ |
205ES101 |
ພາສາອັງກິດສໍາຫຼັບວິທະຍາສາດ1 |
2 (0 – 4 – 2) |
ຄວາມຮູ້ທົ່ວໄປ |
145PY101 |
ຈິດຕະວິທະຍາທົ່ວໄປ |
2 (2 – 0 – 4) |
ຄວາມຮູ້ທົ່ວໄປ |
115LS101 |
ລາວສຶກສາ 1 |
2 (2 – 0 – 4) |
ຄວາມຮູ້ທົ່ວໄປ |
205CA111 |
ແຄລຄູລັສ |
3 (2 – 2 – 5) |
ພື້ນຖານວິຊາສະເພາະ |
205CH111 |
ເຄມີສາດ 1 |
3 (3 – 0 – 6) |
ພື້ນຖານວິຊາສະເພາະ |
205CL111 |
ທົດລອງເຄມີສາດ 1 |
1 (0 – 2 – 1) |
ພື້ນຖານວິຊາສະເພາະ |
205GP111 |
ຟີຊິກສາດ |
3 (3 – 0 – 6) |
ພື້ນຖານວິຊາສະເພາະ |
205PL111 |
ທົດລອງຟີຊິກສາດ 1 |
1 (0 – 2 – 1) |
ພື້ນຖານວິຊາສະເພາະ |
205BI111 |
ພື້ນຖານຊີວະວິທະຍາ |
3 (2 – 2 – 5) |
ພື້ນຖານວິຊາສະເພາະ |
ລວມ: |
20 (12 – 12 – 34) |
|
ປີທີ 1 ພາກຮຽນ 2
ລະຫັດວິຊາ |
ຊື່ວິຊາ |
ໜ່ວຍກິດ |
ກຸ່ມວິຊາ |
205ES102 |
ພາສາອັງກິດສໍາຫຼັບວິທະຍາສາດ 2 |
2 (0 – 4 – 2) |
ຄວາມຮູ້ທົ່ວໄປ |
135LS102 |
ລາວສຶກສາ 2 |
2 (2 – 0 – 4) |
ຄວາມຮູ້ທົ່ວໄປ |
205FS111 |
ສະຖິຕິພື້ນຖານ |
3 (2 – 2 – 5) |
ພື້ນຖານວິຊາສະເພາະ |
205OG111 |
ເຄມີອົງຄະທາດ |
3 (2 – 2 – 5) |
ພື້ນຖານວິຊາສະເພາະ |
205TB112 |
ເທັກນິກທາງຊີວະວິທະຍາ |
1 (0 – 2 – 1) |
ພື້ນຖານວິຊາສະເພາະ |
205EC122 |
ນິເວດວິທະຍາ |
3 (2 – 2 – 5) |
ວິຊາສະເພາະ |
205CF111 |
ຄອມພິວເຕີພື້ນຖານ |
3 (2 – 2 – 5) |
ພື້ນຖານວິຊາສະເພາະ |
ລວມ: |
17 (10 – 14 – 27) |
|
ປີທີ 2 ພາກຮຽນ 1
ລະຫັດວິຊາ |
ຊື່ວິຊາ |
ໜ່ວຍກິດ |
ກຸ່ມວິຊາ |
205EB211 |
ພາສາອັງກິດສໍາຫຼັບຊີວະວິທະຍາ 3 |
2 (0 – 4 – 2) |
ພື້ນຖານວິຊາສະເພາະ |
205AA211 |
ເຄມີວິເຄາະ |
3 (2 – 2 – 5) |
ພື້ນຖານວິຊາສະເພາະ |
205BC221 |
ຊີວະເຄມີ 1 |
3 (2 – 2 – 5) |
ວິຊາສະເພາະ |
205PM221 |
ສັນຖານວິທະຍາຂອງພືດ |
3 (2 – 2 – 5) |
ພື້ນຖານວິຊາສະເພາະ |
205IV221 |
ສັດບໍ່ມີກະດູກສັນຫຼັງ |
3 (2 – 2 – 5) |
ວິຊາສະເພາະ |
205MI221 |
ຈຸລະຊີບວິທະຍາທົ່ວໄປ |
3 (2 – 2 – 5) |
ວິຊາສະເພາະ |
ລວມ : |
17 (10-15-27) |
|
ປີທີ 2 ພາກຮຽນ 2
ລະຫັດວິຊາ |
ຊື່ວິຊາ |
ໜ່ວຍກິດ |
ກຸ່ມວິຊາ |
205EB212 |
ພາສາອັງກິດສໍາຫຼັບຊີວະວິທະຍາ 4 |
2 (0 – 4 – 2) |
ພື້ນຖານວິຊາສະເພາະ |
015ND201 |
ສຶກສາປ້ອງກັນຕົວ |
3 (0 – 2 – 6) |
ຄວາມຮູ້ທົ່ວໄປ |
205GE222 |
ກຳມະພັນວິທະຍາ |
3 (2 – 2 – 5) |
ວິຊາສະເພາະ |
205BC222 |
ຊີວະເຄມີ 2 |
3 (2 – 2 – 5) |
ວິຊາສະເພາະ |
205AP222 |
ກາຍຍະວິພາກສາດພືດ |
3 (2 – 2 – 5) |
ວິຊາສະເພາະ |
205VT222 |
ສັດມີກະດູກສັນຫຼັງ |
3 (2 – 2 – 5) |
ວິຊາສະເພາະ |
ລວມ: |
17 (8 – 14 – 29) |
|
ປີທີ 3 ພາກຮຽນ 1
ລະຫັດວິຊາ |
ຊື່ວິຊາ |
ໜ່ວຍກິດ |
ກຸ່ມວິຊາ |
205RB311 |
ວິທີການຄົ້ນຄວ້າ |
2 (2 – 0 – 4) |
ພື້ນຖານວິຊາສະເພາະ |
205EV321 |
ວິວັດທະນາການຂອງສິ່ງມີຊີວິດ |
2 (2 – 0 – 4) |
ວິຊາສະເພາະ |
205AT321 |
ຫຼັກອະນຸກົມວິຖານສັດ |
3 (2 – 2 – 5) |
ວິຊາສະເພາະ |
205PT321 |
ອະນຸກົມວິຖານພືດ |
3 (2 – 2 – 5) |
ວິຊາສະເພາະ |
115P0301 |
ການເມືອງ |
2 (2 – 0 – 4) |
ຄວາມຮູ້ທົ່ວໄປ |
205EN321 |
ແມງໄມ້ວິທະຍາ |
3 (2 – 2 – 5) |
ວິຊາສະເພາະ |
205EB311 |
ພາສາອັງກິດສໍາຫຼັບຊີວະວິທະຍາ 5 |
2 (0 – 4 – 2) |
ພື້ນຖານວິຊາສະເພາະ |
ລວມ: |
17 (12 – 10 – 29) |
|
ປີທີ 3 ພາກຮຽນ 2
ລະຫັດວິຊາ |
ຊື່ວິຊາ |
ໜ່ວຍກິດ |
ກຸ່ມວິຊາ |
115HR303 |
ມະນຸດສຳພັນ |
2 (2 – 0 – 4) |
ຄວາມຮູ້ທົ່ວໄປ |
205AA322 |
ກາຍຍະວິພາກສາດສັດ |
3 (2 – 2 – 5) |
ວິຊາສະເພາະ |
205PP322 |
ສະລິລະສາດພືດ |
3 (2 – 2 – 5) |
ວິຊາສະເພາະ |
205AP322 |
ສະລິລະສາດສັດ |
3 (2 – 2 – 5) |
ວິຊາສະເພາະ |
205SB322 |
ສຳມະນາ |
1 (0 – 2 – 1) |
ວິຊາສະເພາະ |
205ST322 |
ຝຶກງານ |
2 (0 – 0 – 6) |
ວິຊາສະເພາະ |
205FW322 |
ຊີວະວິທະຍານ້ຳຈືດ |
3 (2 – 2 – 5) |
ວິຊາສະເພາະ |
205EB312 |
ພາສາອັງກິດສໍາຫຼັບຊີວະວິທະຍາ 6 |
2 (0 – 4 – 2) |
ພື້ນຖານວິຊາສະເພາະ |
ລວມ: |
19 (10 – 14 – 35) |
|
ປີທີ 4 ພາກຮຽນ 1
ລະຫັດວິຊາ |
ຊື່ວິຊາ |
ໜ່ວຍກິດ |
ກຸ່ມວິຊາ |
205EB421 |
ຄັບພະວິທະຍາ |
3 (2 – 2 – 5) |
ວິຊາສະເພາະ |
205BC421 |
ຊີວະນາໆພັນ |
3 (2 – 2 – 5) |
ວິຊາສະເພາະ |
205HP421 |
ພືດຂັ້ນສູງ |
3 (2 – 2 – 5) |
ວິຊາສະເພາະ |
205EM421 |
ການຈັດການຊັບພະຍາກອນທໍາມະຊາດ |
3 (2 – 2 – 5) |
ວິຊາສະເພາະ |
Xxxxxxxx |
ວິຊາເລືອກ |
3 (1- 4 – 4) |
ວິຊາເລືອກ |
205FP421 |
ບົດໂຄງການຈົບຊັ້ນ |
1 (0 – 0 – 3) |
ວິຊາສະເພາະ |
|
ລວມ: |
16 (9 – 12 – 27) |
|
ປີທີ 4 ພາກຮຽນ 2
ລະຫັດວິຊາ |
ຊື່ວິຊາ |
ໜ່ວຍກິດ |
ກຸ່ມວິຊາ |
205FP421 |
ບົດໂຄງການຈົບຊັ້ນ |
5 (0 – 0 – 15) |
ວິຊາສະເພາະ |
ລວມ : |
5 (0 – 0 – 20) |
|