1. ຊື່ຫຼັກສູດ

1.1  ຫຼັກສູດປະລິນຍາຕີ ວິທະຍາສາດ ສາຂາ ຄະນິດສາດ​ສຳລັບ ​​​ເສດຖະສາດ ແລະ ບໍລິຫານ​ທຸລະ​ກິດ
1.2  Bachelor of Science Program in Mathematics For Economics and Business Administration

2. ຊື່ປະກາສະນີຍະບັດ

2.1  ປະລິນຍາຕີ ວິທະຍາສາດ ສາຂາ ຄະນິດສາດສຳລັບ ເສດຖະສາດ ​ແລະ  ບໍລິຫານ​ທຸລະ​ກິດ​
2.2  ປຕ.ວ. (ຄະນິດສາດສຳລັບ​​ ເສດຖະສາດ ​ແລະ ບໍລິຫານ​ທຸລະ​ກິດ​​)
2.3  Bachelor of Science in Mathematics for Economics and Business Administration
2.4  B.Sc. ( Mathematics for Economics and Business  Administration)

3. ໜ່ວຍງານຮັບຜິດຊອບ:

ມະຫາວິທະຍາໄລແຫ່ງຊາດ, ຄະນະວິທະຍາສາດທໍາມະຊາດ, ພາກວິຊາ ຄະນິດສາ
ເບີໂທລະສັບ:  020 22215670, 020 52256456, 020 55572402, 020 52339666
ແຟັກ:  021770173

4. ປັດຊະຍາ

ຫຼັກສູດຄະນິດສາດສຳລັບ ເສດຖະສາດ ​ແລະ  ບໍລິຫານ​ທຸລະ​ກິດ ແມ່ນຫຼັກສູດທີ່ດໍາເນີນ ການຮຽນ-ການສອນທາງດ້ານຄະນິດສາດ ເພື່ອຜະລິດນັກວິຊາການທາງດ້ານຄະນິດສາດສໍາລັບເສດຖະສາດ ແລະ ບໍລິຫານທຸລະກິດ ໃຫ້ມີຄວາມສອດຄ່ອງກັບຄວາມຕ້ອງການ ແລະ ຄຸນນະພາບຂອງມະຫາວິທະຍາໄລແຫ່ງຊາດ. ເພື່ອຕອບສະໜອງຕໍ່ແຜນພັດທະນາການສຶກສາຂອງກະຊວງສຶກສາທິການ ແລະ ກິລາ ພ້ອມທັງເປັນການພັດທະນາຊັບພະຍາກອນດ້ານບຸກຄົນໃນປະເທດໃຫ້ມີຄວາມຮູ້, ຄວາມສາມາດ ທັງພາກທິດສະດີ ແລະ ການນໍາໃຊ້ ແລະ ເປັນສ່ວນນຶ່ງໃນການເພີ່ມຂີດຄວາມສາມາດໃນການແຂ່ງຂັນຂອງປະເທດ ໃຫ້ທັນຕາມຍຸກສະໄໝໂລກາພິວັດ, ສາມາດນໍາເອົາຄວາມຮູ້ໄປໃຫ້ບໍລິການແກ່ສັງຄົມ. ພ້ອມທັງເນັ້ນໃຫ້ນັກສຶກສາມີຄຸນນະທໍາ, ຈາລິຍາທໍາ ແລະ ວັດທະນາທໍາທີ່ເປັນເອກະລັກຂອງຄົນລາວ ເຊັ່ນ ການກົງຕໍ່ເວລາ, ການແຕ່ງກາຍໃຫ້ເໝາະສົມ, ສຸພາບຮຽບຮ້ອຍຕາມກາລະ, ເທສະ, ການຮູ້ຈັກເຄົາລົບຜູ້ໃຫ່ຍ, ມີຄວາມຮູ້ຄູ່ຄຸນນະທໍາ, ມີຄວາມສາມັກຄີ ແລະ ການມີຈິດສໍານຶກສາທາລະນະ ສາມາດຢູ່ຮ່ວມກັບຄົນໃນສັງຄົມໄດ້ເປັນຢ່າງດີ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ-ສັງຄົມ ແລະ ກົງກັບຄວາມຕ້ອງການຂອງຕະຫຼາດແຮງງານໃນຂອບເຂດທົ່ວປະເທດ ແລະ ໃນພາກພື້ນ.

5. ຈຸດປະສົງ

  • ເພື່ອຜະລິດຊັບພະຍາກອນດ້ານບຸກຄົນທີ່ມີຄຸນລັກສະນະຕໍ່ໄປນີ້
  • ມີຄວາມສາມາດທາງວິຊາການທັງ ພາກທິດສະດີ ແລະ ພາກການນໍາໃຊ້ ສາມາດນໍາຄວາມຮູ້ໄປນໍາໃຊ້ເຂົ້າໃນເຫດການຈິງໄດ້ຢ່າງກວ້າງຂວາງ ແລະ ກໍ່ໃຫ້ເກີດປະໂຫຍດຕໍ່ປະເທດຊາດກໍ່ຄືສັງຄົມ
  • ມີຄວາມຮູ້ທາງຄະນິດສາດ ເພື່ອນໍາໃຊ້ເຂົ້າໃນການວາງແຜນ, ບໍລິຫານຈັດການ, ວິເຄາະ, ວິໄຈທາງດ້ານວິຊາການ ໃນລະດັບປະເທດ ແລະ ສາກົນ
  • ມີຄວາມຮູ້ຄວາມສາມາດທາງວິຊາການພຽງພໍທີ່ຈະສຶກສາຕໍ່ໃນລະດັບສູງໄດ້
  • ມີແນວຄິດລິເລີ່ມສ້າງສັນ, ມີເຫດຜົນ, ຄຸນນະທໍາ, ຈາລິຍະທໍາ, ຄວາມຮັບຜິດຊອບ ແລະ ເປັນຄົນດີທີ່ສັງຄົມຕ້ອງການ
  • ເພື່ອຕອບສະໜອງຄວາມຂາດແຄນຊັບພະຍາກອນມະນຸດ ດ້ານຄະນິດສາດການນໍາໃຊ້ ຂອງທັງພາກລັດ ແລະ ເອກະຊົນ

6. ຜົນການຮຽນຮູ້ ແລະ ອາຊີບ ທີ່ສາມາດປະກອບໄດ້ ພາຍຫຼັງສໍາເລັດການສຶກສາ

6.1  ຜົນການຮຽນຮູ້:  ພາຍຫຼັງສໍາເລັດການສຶກສາໃນຫຼັກສູດສາຂາວິຊານີ້ແລ້ວນັກສຶກສາຈະສາມາດ

ດ້ານຄວາມຮູ້:  ມີຄວາມຮູ້ ແລະ ຄວາມເຂົ້າໃຈ ທາງດ້ານຫຼັກການ ແລະ ທິດສະດີ ທີ່ສໍາຄັນກ່ຽວກັບຄະນິດສາດ, ສາມາດວິເຄາະບັນຫາ, ສາມາດນໍາໃຊ້ຄວາມຮູ້ ແລະ ທັກສະທີ່ເໝາະສົມ ເຂົ້າໃນການແກ້ບັນຫາຕ່າງໆໄດ້, ສາມາດຕິດຕາມຄວາມກ້າວໜ້າ ແລະ ວິວັດທະນາການທາງວິຊາການ ແລະ ວິຊາຊີບຢ່າງຕໍ່ເນື່ອງໃຫ້ທັນຕໍ່ການປ່ຽນແປງທາງເທັກໂນໂລຢີໃໝ່ໆໃນປະຈຸບັນ, ສາມາດພັດທະ ນາຄວາມຮູ້, ຄວາມຊໍານານທາງວິຊາຊີບໄດ້ຢ່າງຕໍ່ເນື່ອງ ແລະ ຍັງສາມາດພັດທະນາຄວາມຮູ້ໃນສາຂາວິຊາອື່ນທີ່ກ່ຽວຂ້ອງກັບສາຂານີ້ໄດ້

ດ້ານທັກສະ:  ສາມາດນໍາຄວາມຮູ້ທາງພາກທິດສະດີ ແລະ ພາກປະຕິບັດມານໍາໃຊ້ກັບບັນຫາທີ່ກ່ຽວຂ້ອງທາງວິຊາການ ແລະ ວິຊາຊີບໄດ້, ສາມາດສຶກສາ, ຄົ້ນຄວ້າ,
ຮວບຮວມ, ຕີຄວາມໝາຍ ແລະ ປະເມີນສະຖານະການເພື່ອໃຊ້ໃນການແກ້ບັນຫາຢ່າງສ້າງສັນ

ດ້ານການນໍາໃຊ້:  ສາມາດວິເຄາະຂໍ້ມູນ ໂດຍໃຊ້ຄະນິດສາດ ເພື່ອແກ້ບັນຫາທັງໃນວົງການວິຊາການ ແລະ ວິຊາຊີບໄດ້ຢ່າງເໝາະສົມ ແລະ ມີປະສິດທິພາບ

ດ້ານທັກສະທາງສັງຄົມ:  ສາມາດຄິດພິນິດ ພິຈາລະນາ ຢ່າງເປັນລະບົບ, ມີວິໄນ, ກົງຕໍ່ເວລາ ພ້ອມທັງມີຄວາມຮັບຜິດຊອບຕໍ່ຕົວເອງ ແລະ ສັງຄົມ, ສາມາດເຮັດວຽກຮ່ວມກັບຄົນອື່ນໄດ້, ສາມາດປະເມີນ ແລະ ປັບປຸງຕົວເອງໃນການປະຕິບັດວຽກງານໃຫ້ມີປະສິດທິພາບ, ມີຈັນຍາບັນທາງວິຊາການ ແລະ ວິຊາຊີບ, ເຄົາລົບຂໍ້ກໍານົດ ກົດລະບຽບຕ່າງໆ ຂອງອົງກອນ ແລະ ສັງຄົມ, ມີພາວະຄວາມເປັນຜູ້ນໍາ ແລະ ຜູ້ຕາມ

6.2  ອາຊີບ ທີ່ສາມາດປະກອບໄດ້:  ພາຍຫຼັງສໍາເລັດການສຶກສາໃນຫຼັກສູດສາຂາວິຊານີ້ແລ້ວນັກສຶກສາຈະສາມາດປະກອບອາຊີບໄດ້ດັ່ງນີ້

  • ວິຊາການ: ຄູ-ອາຈານ, ນັກວິຊາການ, ນັກວິເຄາະ, ນັກວິໄຈ ແລະ ອື່ນໆ
  • ພະນັກງານລັດ: ສະຖາບັນການສຶກສາຕ່າງໆ, ໜ່ວຍງານອົງກອນລັດທີ່ກ່ຽວຂ້ອງກັບການນໍາໃຊ້ຄະນິດສາດເຂົ້າໃນການບໍລິຫານຕ່າງໆ, ເສດຖະກິດ, ການຄ້າ, ການບັນຊີ, ການລົງທຶນ ແລະ ການບໍລິຫານຈັດການອື່ນໆ
  • ວົງການທຸລະກິດ: ວຽກງານດ້ານທະນາຄານ ແລະ ສະຖາບັນການເງິນຕ່າງໆ
  • ວຽກງານອື່ນໆທີ່ໃຊ້ທັກສະຄວາມຮູ້ທາງດ້ານຄະນິດສາດການນໍາໃຊ້.

7. ການກຳນົດການເປີດສອນ

ເປີດການຮຽນ-ການສອນ ຕາມຫຼັກສູດຕັ້ງແຕ່ສົກສຶກສາ 2011–2012  ເປັນຕົ້ນມາ ໃນພາກວິຊາຄະນິດສາດ ຄະນະວິທະຍາສາດທໍາມະຊາດ ມະຫາວິທະຍາໄລແຫ່ງຊາດ.  ​ຈະຈັດຕັ້ງການຮຽນການສອນຈົບ 1 ຫາ 2 ຮຸ່ນ ຈຶ່ງຈະມີການ​ປະ​​ເມີນຄືນ ເພື່ອປັບປຸງໃຫ້ແທດເໝາະກັບສະພາບຄວາມເປັນຈິງ ຂອງການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດ. ຫຼັກສູດນີ້ຈະເປີດສອນຕະຫຼອດໄປ ແລະ ເປັນຫຼັກສູດທີ່ສາມາດປັບປຸງ ແລະ ປ່ຽນແປງຕາມລະບົບການສຶກສາ.

8. ຄາດຄະເນແຜນຮັບນັກສຶກສາ 

ສົກຮຽນ ປີການສຶກສາ​/ ຈຳນວນນັກສຶກສາ ຈຳ​ນວນ​ລວມ ຄາດ​ຄະ​ເນ ນ/ສ​ຮຽນ​ຈົບ
​ປີ1 ​ປີ2 ​ປີ3 ​ປີ4
2020-2021 40 40
2021-2022 40 40 80
2022-2023 40 40 40 120
2023-2024 40 40 40 40 160 40

 

9. ຄຸນສົມບັດຂອງຜູ້ເຂົ້າສຶກສາ

   

ຜູ້ທີ່ຈະເຂົ້າສຶກສາໃນຫຼັກສູດປະລິນຍາຕີວິທະຍາສາດ ສາຂາ ຄະນິດສາດສຳລັບ ເສດຖະສາດ ແລະ ບໍລິຫານທຸລະກິດ ຕ້ອງມີຄຸນສົມບັດພື້ນຖານດັ່ງນີ້:

ສໍາລັບນັກສຶກສາ:

  • ມີປະກາສະນີຍະບັດ ແລະ ໃບຄະແນນຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ
  • ຜ່ານການສອບເສັງຄັດເລືອກຕາມລະບຽບການຂອງມະຫາວິທະຍາໄລແຫ່ງຊາດ
  • ມີສຸຂະພາບແຂງແຮງດີ
  • ມີຄຸນສົມບັດດີ
  • ສາມາດປະຕິບັດຕາມເງື່ອນໄຂຕ່າງໆທີ່ມະຫາວິທະຍາໄລແຫ່ງຊາດກໍານົດ

ສໍາລັບພະນັກງານ:

  • ມີປະກາສະນີຍະບັດ ແລະ ໃບຄະແນນຈົບວິຊາສະເພາະຊັ້ນກາງ ຫຼື ທຽບ​ເທົ່າ
  • ຜ່ານການສອບເສັງຄັດເລືອກຕາມລະບຽບການຂອງມະຫາວິທະຍາໄລແຫ່ງຊາດ
  • ມີສຸຂະພາບແຂງແຮງດີ
  • ມີຄຸນສົມບັດດີ
  • ສາມາດປະຕິບັດຕາມເງື່ອນໄຂຕ່າງໆທີ່ມະຫາວິທະຍາໄລແຫ່ງຊາດກໍານົດ
  • ໄດ້ຮັບການອະນຸມັດ ແລະ ເຫັນດີຈາກການຈັດຕັ້ງທີ່ກ່ຽວຂ້ອງ

10. ວິທີຄັດເລືອກຜູ້ທີ່ຈະເຂົ້າສຶກສາ

ຜູ້ທີ່ມີມາດຖານຖືກຕ້ອງຕາມທີ່ກຳນົດໄວ້ໃນຂໍ້ 9.1 ຫຼື 9.2 ຕ້ອງໄດ້ຍື່ນຄໍາຮ້ອງຜ່ານຂະບວນການສອບເສັງຄັດເລືອກ ໂດຍມີຄະນະກຳມະການສອບເສັງຄັດເລືອກຈາກມະຫາວິທະຍາໄລແຫ່ງຊາດ ສົມທົບກັບກົມການສຶກສາຊັ້ນສູງ ຂອງກະຊວງ​ສຶກສາ​ທິການ​ເພື່ອ​ຄັດ​ເລືອກໃນທຸກຕົ້ນສົກຮຽນ.

11. ການຈັດຕັ້ງການຮຽນການສອນ

ຈະສອນຕາມລະບົບໜ່ວຍກິດ ມີ 8 ພາກຮຽນ  ​ແຕ່​ບໍ່​ເກີນ 10 ພາກຮຽນ ຫຼື  4 ປີ ແຕ່​ບໍ່​ເກີນ 5 ປີ. ​ແຕ່ລະພາກ ຮຽນ​ໃຊ້ເວລາ 4 ເດືອນ ຫຼື  16 ອາທິດ ​ເພື່ອ​ຮຽນ​ຄົບ​ຕາມ​ຈໍານວນໜ່ວຍ​ກິດ.  ການ​ກຳນົດການຈັດຕັ້ງການ​ຮຽນ​ – ການ​ສອນ​ແມ່ນ​ໄດ້​ປະຕິບັດ​ດັ່ງນີ້:

  • ໜຶ່ງ​ສົກຮຽນ​ແບ່ງ​ເປັນ 2 ພາກຮຽນ, 1 ພາກຮຽນ​ມີ 4 ເດືອນ ຫຼື ມີ 16 ອາທິດ
    • ຮຽນຕົວຈິງ       16       ອາທິດ
    • ສອບເສັງ         2         ອາທິດ
    • ແຮວັນພັກ       1         ອາທິດ
  • ໜຶ່ງອາທິດຮຽນ           5         ວັນ (ຈັນ ຫາ ສຸກ)
  • ໜຶ່ງວັນຮຽນ              5        ຫາ 6 ຊົ່ວໂມງ
  • ໜຶ່ງຊົ່ວໂມງຮຽນ 50       ນາທີ ແລະ 10 ນາທີ ພັກຜ່ອນ
  • ຕອນເຊົ້າເລີ່ມເວລາ 8 : 00 ໂມງ ຫາ 11 : 45 ໂມງ, ຕອນແລງເລີ່ມເວລາ 13 : 00 ໂມງ ຫາ 16 : 45 ໂມງ.

12. ໄລຍະເວລາການສຶກສາ

ຫຼັກສູດປະລິນຍາຕີ ວິທະຍາສາດ ສາຂາ ຄະນິດສາດ​ ສໍາລັບ​​​ເສດຖະສາດ ແລະ ບໍລິຫານ​ທຸລະ​ກິດ ມີໄລຍະເວລາໃນການສຶກສາທັງໝົດຈົນຈົບຫຼັກສູດ 4 ປີ ​ແຕ່​ບໍ່​ເກີນ 5 ປີ  (8 ພາກຮຽນ ແຕ່​ບໍ່​ເກີນ 10 ພາກຮຽນ) ແລະ ສາມາດຮັກສາສະຖານະພາບນັກສຶກສາໄດ້ຕື່ມອີກສູງສຸດບໍ່ເກີນ 2 ປີ

13. ​ການກໍານົດໜ່ວຍກິດໃນແຜນການຮຽນການສອນ

     13.1 ຈຳນວນໜ່ວຍກິດໃນແຕ່ລະໝວດວິຊາ

  1. ໝວດວິຊາຄວາມຮູ້ທົ່ວໄປ 19       ໜ່ວຍກິດ
  2. ໝວດວິຊາພື້ນຖານວິຊາສະເພາະ           37       ໜ່ວຍກິດ
  3. ໝວດວິຊາສະເພາະ 81       ໜ່ວຍກິດ
  • ຮຽນຕົວຈິງ 75       ໜ່ວຍກິດ
  • ຂຽນບົດໂຄງການຈົບຊັ້ນ 6        ໜ່ວຍກິດ
  1. ໝວດວິຊາເລືອກ 3        ໜ່ວຍກິດ

          ລວມທັງໝົດ                                      140    ໜ່ວຍກິດ

      13.2 ແຜນການຈັດຕັ້ງການຮຽນການສອນໃນແຕ່ລະປີ ແລະ ແຕ່ລະພາກຮຽນ

ປີທີ 1, ພາກຮຽນທີ 1

ລ/ດ ລະຫັດວິຊາ ຊື່ວິຊາ: ພາສາລາວ ແລະ ພາສາອັງກິດ ຈຳນວນໜ່ວຍກິດ
1 115LS101 ລາວ​ສຶກສາ 1 (Lao Studies 1) 2(2-​0-4)
2 145PY101 ຈິດຕະວິທະຍາ​ທົ່ວ​ໄປ (General Psychology) 2(2-​0-​4)
3 125EM101 ພາສາ​ອັງກິດ​ທົ່ວ​ໄປ 1 (General English 1) 2(0-4-2)
4 205GA111 ການບັນຊີທົ່ວໄປ (General Accounting) 3(2-2-5)
5 205CF111 ຄອມພີວເຕີພື້ນຖານ  (Foundation Computer) 3(2-2-5)
6 205DM111 ຄະນິດສາດເຕັມໜ່ວຍ 1  (Discrete Mathematics 1) 3(2-2-5)
7 205CA111 ແຄນຄູລັດສ໌ 1 (Calculus 1) 3(2-2-5)
ລວມ: 18(12-12-30)

ປີທີ 1, ພາກຮຽນທີ 2

ລ/ດ ລະຫັດວິຊາ ຊື່ວິຊາ: ພາສາລາວ ແລະ ພາສາອັງກິດ ຈຳນວນໜ່ວຍກິດ
1 135LS102 ລາວ​ສຶກສາ 2 (Lao Studies 2) 2(2-​0-​4)
2 125EM102 ພາສາ​ອັງກິດ​ທົ່ວ​ໄປ 2 (General English 2) 2(0-4-2)
3 205MI111 ເສດຖະສາດຈຸນລະພາກ (Microeconomics) 3(2-2-5)
4 205SO111 ການນຳໃຊ້ຊັອບແວທາງຄະນິດສາດ

(Software Application for Mathematics)

2(0-4-2)
5 205BU111 ສະຖິຕິທຸລະກິດ (Business Statistics) 3(2-​2​-5)
6 205OD111 ສົມຜົນຈຸນລະຄະນິດສາມັນ (Ordinary differential equation) 3(2-2-5)
7 205BE121 ການເງິນທຸລະກິດ  (Business Finance) 3(2-2-5)
ລວມ: 18 (10-16-28)

ປີທີ 2, ພາກຮຽນທີ 1

ລ/ດ ລະຫັດວິຊາ ຊື່ວິຊາ: ພາສາລາວ ແລະ ພາສາອັງກິດ ຈຳນວນໜ່ວຍກິດ
1 205EE201 ພາສາ​ອັງກິດ​ສຳລັບ​​ເສດຖະສາດ ແລະ ບໍລິຫານທຸລະກິດ 1

(English for Economics and Business Administration 1)

2(0-4-2)
2 205MF221 ຄະນິດສາດການເງິນ (Mathematic for Financial) 3(2-​2​-5)
3 205DB211 ຄວາມຮູ້ພື້ນຖານກ່ຽວກັບລະບົບຖານຂໍ້ມູນ

(Database System Concepts)
3(2-​2-​5)
4 205MA221 ເສດຖະສາດມະຫາພາກ (Macroeconomics) 3(2-2-5)
5 205AS221 ຄະນິດສາດປະກັນໄພ (Actuarial Science) 3(2-​2-​5)
6 205LA211 ພຶດຊະຄະນິດລີເນແອ (Linear algebra) 3(2-2-5)
7 205NM211 ວິທີການທາງດ້ານຈຳນວນ (Numerical Methods) 3(2-2-5)
ລວມ: 20(12-16-32)

ປີທີ 2, ພາກຮຽນທີ 2 

ລ/ດ ລະຫັດວິຊາ ຊື່ວິຊາ: ພາສາລາວ ແລະ ພາສາອັງກິດ ຈຳນວນໜ່ວຍກິດ
1 205EE212 ພາສາ​ອັງກິດ​ສຳລັບ​​ເສດຖະສາດ ແລະ ບໍລິຫານທຸລະກິດ 2

(English for Economic and Business Administration 2)

2(0-4-2)
2 205MK221 ການຕະຫຼາດ (Marketing) 3(2-2-5)
3 205ME221 ຄະນິດສາດສຳລັບເສດຖະສາດ

(Mathematics for Economic)

3(2-​2-​5)
4 205OP221 ອັອບຕີມາຍເຊຊັນ 1  (Optimisation 1) 3(2-2-5)
5 205DT221 ທິດສະດີການຕັດສິນໃຈທາງສະຖິຕິ

(Statistical Decision Theory)

3(2-2-5)
6 015ND201 ສຶກສາປ້ອງກັນຕົວ (Defending-Strategy Course) 3(0-2-6)
7 205DE211 ສົມຜົນຄວາມແຕກຕ່າງ  (Difference Equations) 3(2-2-5)
ລວມ: 20(10-16-33)

ປີທີ 3, ພາກຮຽນທີ 1

ລ/ດ ລະຫັດວິຊາ ຊື່ວິຊາ: ພາສາລາວ ແລະ ພາສາອັງກິດ ຈຳນວນໜ່ວຍກິດ
1 205RM321 ວິທີ​ການ​ຄົ້ນຄວ້າ  (Research Methodology) 2(2​-0-​4)
2 205PM321 ການ​ບໍລິຫານ​ການ​ຜະລິດ (Production Management) 3(2-2-5)
3 205OP322 ອັອບຕີມາຍເຊຊັນ 2  (Optimisation 2) 3(2-2-5)
4 205MD321 ຄະນິດສາດສຳລັບເສດຖະສາດ ແບບໄດນາມິກ

(Mathematics for Economic Dynamic)

3(2-​2-5)
5 205EC321 ເສດຖາມິຕິ (Economists) 3(2-2-5)
6 205ST321 ​ເຕັກນິກ​ການເລືອກຕົວຢ່າງ (Sampling Technique) 3(2-2-5)
7 205SG321 ການບໍລິຫານກົນລະຍຸດ (Strategy Management) 3(3-0-6)
ລວມ: 20(15-10-35)

  ປີທີ 3, ພາກຮຽນທີ 2

ລ/ດ ລະຫັດວິຊາ ຊື່ວິຊາ: ພາສາລາວ ແລະ ພາສາອັງກິດ ຈຳນວນໜ່ວຍກິດ
1 115HR303 ມະນຸດ​ສຳພັນ  (Human Relationship) 2(2-​0​-4)
2 205HR321 ການບໍລິຫານບຸກຄະລາກອນ (Human Resource Management) 2(2-0-4)
3 205EX321 ຝຶກງານ  (Field work or small Project) 3(0-0-9)
4 205OD321 ອັອບຕີມາຍເຊຊັນແບບໄດນາມິກ (Dynamic Optimisation) 3(2-2-5)
5 205MM321 ແບບຈໍາລອງທາງຄະນິດສາດ  (Mathematical model) 3(2-2-5)
6 205SM321 ການ​ບໍລິຫານ​ທຸລະ​ກິດ​ຂະ​ໝາດ​ນ້ອຍ

(Small Business Management)

3(2-2-5)
7 205MR321 ວິໄຈການ​ຕະຫຼາດ (Marketing Research) 3(2-2-5)
ລວມ: 19(12-8-37)

ປີທີ 4, ພາກຮຽນທີ 1

ລ/ດ ລະຫັດວິຊາ ຊື່ວິຊາ: ພາສາລາວ ແລະ ພາສາອັງກິດ ຈຳນວນໜ່ວຍກິດ
1 115PO401 ວິຊາການ​ເມືອງ  (Politics) 2(2​-0-​4)
2 205SM421 ສຳມະນາ   (Seminar ) 2(0-2-4)
3 205PP421 ການວາງແຜນ ແລະ ການປະເມີນໂຄງການ

(Planning and Evaluation Project)

3(2-2-5)
4 205SA421 ການວິເຄາະຂໍ້ມູນດ້ວຍໂປແກຣມທາງສະຖິຕິ

(Software Application for Satathistics)

3(2-2-5)
5 205CO421 ຄວາມຮູ້ເບື້ອງຕົ້ນກ່ຽວກັບທິດສະດີອອບຕິມາຍຄອນໂທຣນ(Introduction to Optimal Control Theory) 3(2-2-5)
6 205QC421 ການຄວບຄຸມຄຸນນະພາບທາງສະຖິຕິ(Statistical Quality Control) 3(2-2-5)
7 ……. ວິຊາເລືອກ 3(2-2-5)
ລວມ: 19(12-12-33)

 ປີທີ 4, ພາກຮຽນທີ 2

ລ/ດ ລະຫັດວິຊາ ຊື່ວິຊາ: ພາສາລາວ ແລະ ພາສາອັງກິດ ຈຳນວນໜ່ວຍກິດ
1 205FP421 ບົດໂຄງການຈົບຊັ້ນ (Final Project) 6(0-0-18)
ລວມ: 6(0-0-18)