1. ຊື່ຫຼັກສູດ
1.1 ຫຼັກສູດປະລິນຍາຕີ ວິທະຍາສາດ ສາຂາທໍລະນີຟີຊິກນໍາໃຊ້
1.2 Bachelor of Science Program in Applied Geophysics
2. ຊື່ປະກາສະນີຍະບັດ
2.1 ປະລິນຍາຕີ ວິທະຍາສາດ ສາຂາທໍລະນີຟີຊິກນຳໃຊ້
2.2 ປຕ.ວ (ທໍລະນີຟີຊິກນຳໃຊ້)
2.3 Bachelor of Science in Applied Geophysics
2.4 B. Sc. (Applied Geophysics)
3. ໜ່ວຍງານຮັບຜິດຊອບ
ພາກວິຊາ ຟີຊິກສາດ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ, ເບີໂທ 020 58621864, 020 22216986, 020 56100851 ເບີແຟກ 021 770173
4. ປັດຊະຍາ
ເພື່ອໃຫ້ສອດຄ່ອງກັບແນວທາງນະໂຍບາຍ ຂອງພັກ ແລະ ລັດຖະບານກ່ຽວກັບແຜນພັດທະນາການສຶກສາແຫ່ງຊາດໃນການພັດທະນາເສດຖະກິດສັງຄົມແຫ່ງຊາດ, ການຂະຫຍາຍ ຕົວຂອງວິທະຍາ ສາດເຕັກໂນໂລຊີ ແລະ ສະພາບແວດລ້ອມຂອງພາກພື້ນ ແລະ ສາກົນ. ວິຊາທໍລະນີຟີຊິກເປັນວິທະຍາສາດສາຂາໜຶ່ງ ທີ່ນຳໃຊ້ຫຼັກການຂອງຟີຊິກສາດເພື່ອສຶກສາກ່ຽວ ກັບໂລກໂດຍອິງໃສ່ຄຸນສົມບັດທາງດ້ານຟີຊິກຂອງມັນ, ເຊິ່ງສາຂາດັ່ງກ່າວໄດ້ນຳໃຊ້ຢ່າງກວ້າງຂວາງໃນຫຼາຍຂະແໜງການເຊັ່ນ: ການສຳຫຼວດດ້ານແຮ່ທາດ, ດ້ານວິສະວະກຳກໍ່ສ້າງ, ດ້ານໂຄງສ້າງທໍລະນີສາດ, ດ້ານສິ່ງແວດລ້ອມ, ດ້ານນ້ຳບາດານ, ດ້ານວັດຖຸບູຮານ, ການຕິດຕາມ ແລະ ເຝົ້າລະວັງໄພພິບັດທຳມະຊາດ. ຫຼັກສູດທໍລະນີຟີຊິກເປັນຫຼັກສູດທີ່ສ້າງຂຶ້ນເພື່ອຮອງຮັບຄວາມຮຽກຮ້ອງຕ້ອງການດ້ານຕະຫຼາດແຮງງານ ແລະ ຄວາມຮຽກຮ້ອງຕ້ອງການຂອງສັງຄົມ. ນັກວິຊາການທີ່ຈົບໃນສາຂານີ້ສາມາດເຮັດວຽກ ໃນບໍລິສັດຕ່າງໆ ຫຼື ໃນສຳນັກງານອົງການຂອງລັດຖະບານທີ່ກ່ຽວຂ້ອງ ແລະ ສາມາດສຶກສາສາຕໍ່ໃນລະດັບທີ່ສູງກວ່າຢູ່ທັງພາຍໃນ ແລະ ຕ່າງປະເທດ.
5. ຈຸດປະສົງຂອງຫຼັກສູດ
- ໃຫ້ມີຄວາມຮູ້ພື້ນຖານທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີຂັ້ນພື້ນຖານເພື່ອໃຫ້ສາມາດວິເຄາະ ແລະ ແກ້ໄຂບັນຫາດ້ວຍວິທີການທາງວິທະຍາສາດ ສາມາດພັດທະນາດ້ານທາງວິຊາການໃຫ້ກ້າວສູ່ລະດັບຊາດ, ພາກພື້ນ ແລະ ສາກົນ.
- ໃຫ້ເປັນຜູ້ສະຫງວນມັກໃນການຊອກຮູ້ຄົ້ນຄວ້າ ແລະ ຮ່ຳຮຽນ, ມີທັກສະໃນການສື່ສານ, ສາມາດເຮັດວຽກເປັນໝູ່-ຄະນະ, ມີຄຸນນະທຳ-ຈະລິຍະທຳ, ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ.
- ໃຫ້ມີຄວາມຮູ້ດ້ານການສຳຫຼວດທາງດ້ານທໍລະນີຟີຊິກ ແລະ ສາມາດໝູນໃຊ້ເຂົ້າໃນວຽກງານຊອກຄົ້ນສຳຫຼວດໃນຂົງເຂດຕ່າງໆ ເພື່ອຮັບໃຊ້ແຜນຍຸດທະສາດການພັດທະນາເສດຖະກິດສັງຄົມຂອງຊາດ.
- ໃຫ້ມີຄວາມຮູ້ ແລະ ຄວາມສາມາດທາງດ້ານວິທະຍາສາດພຽງພໍທີ່ຈະສຶກສາຕໍ່ໃນລະດັບສູງກວ່າປະລິນຍາຕີ.
6. ຜົນການຮຽນຮູ້ ແລະ ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ
6.1 ຜົນການຮຽນຮູ້
ພາຍຫຼັງສໍາເລັດການສຶກສາໃນຫຼັກສູດປະລິນຍາຕີວິທະຍາສາດ ສາຂາທໍລະນີຟີຊິກນຳໃຊ້ນີ້ແລ້ວນັກສຶກສາຈະສາມາດ:
- ດ້ານຄວາມຮູ້:
- PLO1 ອະທິບາຍທິດສະດີ ແລະ ຫຼັກການ ການສໍາຫຼວດທາງດ້ານ ທໍລະນີຟີຊິກ, ທໍລະນີສາດ ແລະ ລະບົບຂໍ້ມູນສາລະສົນເທດພູມີສາດ ເຂົ້າໃນວຽກງານສໍາຫຼວດຊັບພະຍາກອນໃຕ້ດິນ.
- PLO2 ເລືອກເຟັ້ນ ວິທີການສໍາຫຼວດດ້ານທໍລະນີຟີຊິກແບບຕ່າງໆ ໃຫ້ສອດຄ່ອງກັບການສໍາຫຼວດດ້ານບໍ່ແຮ່, ທໍລະນີສາດ, ສິ່ງແວດລ້ອມ, ນໍ້າໃຕ້ດິນ ແລະ ວິສາວະກໍາທໍລະນີ.
- ດ້ານທັກສະ:
- PLO3 ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ຂໍ້ມູນຂ່າວສານ ເຂົ້າໃນການແກ້ໄຂບັນຫາຕ່າງໆໃນອົງກອນທາງພາກລັດ, ເອກະຊົນ ແລະ ທຸລະກິດສ່ວນຕົວ.
- PLO4 ສະແດງການມີຄວາມຄິດຄວາມເຫັນຢ່າງສ້າງສັນ, ການມີລະບຽບວິໃນ, ການປະເມີນໄຈ້ແຍກ ແລະ ການດໍາເນີນການຄົ້ນຄວ້າວິທະຍາສາດ.
- ດ້ານການນຳໃຊ້:
- PLO5 ນໍາໃຊ້ທິດສະດີ ແລະ ຫຼັກການ ການສໍາຫຼວດດ້ານທໍລະນີຟີຊິກ ເຂົ້າໃນຂົງເຂດວຽກງານ ສໍາຫຼວດຫາແຫຼ່ງນໍ້າໃຕ້ດິນ, ທໍລະນີສາດ, ດ້ານແຮ່ທາດ ແລະ ຊັບພະຍາກອນໃຕ້ດິນອື່ນໆ.
- PLO6 ຈໍາແນກການນໍາໃຊ້ອຸປະກອນການສໍາຫຼວດທາງດ້ານທໍລະນີສາດ, ທໍລະນີຟີຊິກ, ວິສາວະກໍາສາດ, ໂປຣແກຣມຄອມພິວເຕີ ແລະ ຕີຄວາມໝາຍຜົນຂອງການສໍາຫຼວດ.
- POL7 ອອກແບບການສໍາຫຼວດ ດ້ານທໍລະນີຟີຊິກ ໃນການສໍາຫຼວດຫາແຮ່ທາດ, ໂຄງສ້າງດ້ານທໍລະນີສາດ, ວັດຖຸບູຮານ, ນໍ້າໃຕ້ດິນ, ວິສາວະກໍາທໍລະນີ, ສິ່ງແວດລ້ອມ ແລະ ຕິດຕາມການເຝົ້າລະວັງໄພພິບັດທໍາມະຊາດ.
- ດ້ານທັກສະທາງສັງຄົມ:
- ດ້ານຄວາມສາມາດທາງສັງຄົມ:
- PLO8 ປະຕິບັດໜ້າທີ່ໂດຍມີຄວາມຮັບຜິດຊອບສູງ, ມີຈັນຍາບັນ ແລະ ຈັນຍາທໍາທາງດ້ານວິຊາຊີບ, ມີພາວະຄວາມເປັນຜູ້ນໍາ, ມີຄວາມສາມາດຖ່າຍທອດຄວາມຮູ້ໃຫ້ແກ່ສັງຄົມ.
- PLO9 ດໍາເນີນການ ຮຽນຮູ້ຕະຫຼອດຊີວິດ, ເຮັດວຽກເປັນໝູ່ຄະນະ, ຮັກສາຮີດຄອງປະເພນີ ແລະ ອານຸຮັກ ຊັບພະຍາກອນທໍາມະຊາດ.
6.2 ອາຊີບທີ່ສາມາດປະກອບໄດ້ ພາຍຫຼັງສໍາເລັດການສຶກສາ
1) ອາຊີບທາງດ້ານວິຊາການ ແລະ ການວິໄຈ ເຊັ່ນ: ເປັນຄູ-ອາຈານ, ນັກວິຊາການ, ນັກວິໄຈ
2) ອາຊີບພະນັກງານລັດ ເຊັ່ນ : ໃນສະຖາບັນການສຶກສາໃນລະດັບຕ່າງໆ, ບັນດາກະຊວງທີ່ມີຂະແໜງການກ່ຽວຂ້ອງກັບທໍລະນີຟີຊິກ, ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ກົມຊັບພະຍາກອນນໍ້າ, ກົມທໍລະນີ ສາດ ແລະ ແຮ່ທາດ, ກົມຈັດສັນນໍ້າສະອາດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ພະແນກ ພະລັງງານ ແລະ ບໍ່ແຮ່ ຂອງແຂວງ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂອງແຂວງ, ເຂື່ອນໄຟຟ້າ, ກົມແຜນທີ່, ເຫຼົ່ານີ້ເປັນຕົ້ນ.
3) ອາຊີບວົງການທຸລະກິດ ເຊັ່ນ: ບໍລິສັດຊອກຄົ້ນສໍາຫຼວດແຮ່ທາດ, ລັດວິສາຫະກິດແຮ່ທາດລາວ, ສໍາຫຼວດນໍ້າມັນ, ສໍາຫຼວດນໍ້າໃຕ້ດິນ, ສໍາຫຼວດຫີນຖານ, ສໍາຫຼວດວັດຖຸບູຮານ ແລະ ອື່ນໆ.
7. ກໍານົດການເປີດສອນ
ຫຼັກສູດນີ້ຈະເລີ່ມຕົ້ນຮັບນັກສຶກສາຊຸດທໍາອິດ ໃນສົກຮຽນ 2019-2020 ເປັນຕົ້ນໄປ ແລະ ຈະມີການປະເມີນຜົນຫຼັງຈາກນັກສຶກສາທີ່ຮຽນຮຸ່ນທີ 1 ຮຽນຈົບ (2023).
8. ຄາດຄະເນແຜນຮັບນັກສຶກສາ:
ໃນແຕ່ລະສົກຮຽນຄາດວ່າຈະຮັບນັກສຶກສາໄດ້ຈໍານວນ 30 ຄົນ, ດັ່ງລາຍລະອຽດລຸ່ມນີ້:
ຊັ້ນຮຽນ/ສົກຮຽນ | 2019–2020 | 2020–2021 | 2021-2022 | 2022-2023 |
ປີ 1 | 30 | 30 | 30 | 30 |
ປີ 2 | 30 | 30 | 30 | |
ປີ 3 | 30 | 30 | ||
ປີ 4 | 30 | |||
ລວມ | 30 | 60 | 90 | 120 |
9. ຄຸນສົມບັດຂອງນັກສຶກສາ
ຜູ້ທີ່ຈະສະໝັກເຂົ້າສຶກສາໃນຫຼັກສູດລະດັບປະລິນຍາຕີ ຂອງມະຫາວິທະຍາໄລແຫ່ງຊາດ ຕ້ອງມີເງື່ອນໄຂດັ່ງນີ້:
9.1 ສໍາລັບນັກສຶກສາ
– ມີໃບປະກາສະນີຍະບັດ ແລະ ໃບຄະແນນ ຈົບມັດທະຍົມຕອນປາຍ
– ຜ່ານການສອບເສັງຄັດເລືອກຕາມລະບຽບການ ຂອງມະຫາວິທະຍາໄລແຫ່ງຊາດ
– ມີສຸຂະພາບແຂງແຮງດີ
– ມີຄຸນສົມບັດດີ
– ປະຕິບັດຕາມເງື່ອນໄຂອື່ນໆ ທີ່ທາງ ມະຫາວິທະຍາໄລແຫ່ງຊາດກຳນົດ
9.2 ສໍາລັບພະນັກງານ
– ມີໃບປະກາສະນີຍະບັດ ແລະ ໃບຄະແນນ ຈົບວິຊາສະເພາະຊັ້ນກາງ
– ຜ່ານການສອບເສັງຄັດເລືອກຕາມລະບຽບການ ຂອງມະຫາວິທະຍາໄລແຫ່ງຊາດ
– ມີສຸຂະພາບແຂງແຮງດີ
– ມີຄຸນສົມບັດດີ
– ໄດ້ຮັບການອະນຸມັດ ແລະ ເຫັນດີຈາກການຈັດຕັ້ງທີ່ກ່ຽວຂ້ອງ
– ປະຕິບັດຕາມເງື່ອນໄຂອື່ນໆ ທີ່ທາງ ມະຫາວິທະຍາໄລແຫ່ງຊາດກຳນົດ
10. ວິທີການຄັດເລືອກຜູ້ທີ່ຈະເຂົ້າສຶກສາ
ຜູ້ທີ່ສະໝັກເຂົ້າສຶກສາໃນຫລັກສູດປະລິນຍາຕີວິທະຍາສາດ ສາຂາທໍລະນີຟີຊິກນໍາໃຊ້ ຈະະຕ້ອງສໍາເລັດການສຶກສາຊັ້ນມັດທະຍົມສຶກສາຕອນປາຍ ຫຼື ທຽບເທົ່າ, ຫຼື ຮຽນຈົບຊັ້ນກາງສາຍທໍາມະຊາດ ຫຼື ທຽບເທົ່າທີ່ມີຜົນການຮຽນດີ ແລະ ເງື່ອນໄຂອື່ນໆ ທີ່ທາງມະຫາວິທະຍາໄລກໍານົດ.
ວິທີການຄັດເລືອກເອົາຜູ້ທີ່ຈະເຂົ້າມາຮຽນໃນຫລັກສູດປະລິນຍາຕີ ວິທະຍາສາດ ສາຂາ ສາຂາທໍລະນີຟີຊິກນໍາໃຊ້ ແມ່ນອີງຕາມວິທີການຄັດເລືອກຂອງມະຫາວິທະຍາໄລແຫ່ງຊາດ.
11. ການຈັດຕັ້ງການຮຽນ–ການສອນ
– ການຮຽນ-ການສອນໜຶ່ງສົກຮຽນແບ່ງອອກເປັນສອງພາກຮຽນ (ມີພັກທ້າຍປີຮຽນ)
– ໜຶ່ງພາກຮຽນມີ 20 ອາທິດ : ຮຽນຕົວຈິງ 16 ອາທິດ, ທວນຄືນ ແລະ ສອບເສັງພາກຮຽນ 2 ອາທິດ, ແຮວັນພັກຕ່າງໆ 1 ອາທິດ ແລະ ພັກພາກຮຽນ 1 ອາທິດ
– ໜຶ່ງອາທິດຮຽນ 5 ວັນ (ຈັນ-ສຸກ), ຕໍ່າສຸດ 25 ຊົ່ວໂມງ ແລະ ສູງສຸດ 35 ຊົ່ວໂມງ (5-7 ຊົ່ວໂມງ/ມື້)
– ໜຶ່ງຊົ່ວໂມງຮຽນ 50 ນາທີ.
12. ໄລຍະເວລາການສຶກສາ
ຫຼັກສູດປະລິນຍາຕີ ວິທະຍາສາດ ສາຂາ ທໍລະນີຟີຊິກນໍາໃຊ້ ມີໄລຍະເວລາໃນການສຶກສາດັ່ງນີ້:
- ໄລຍະເວລາການສຶກສາໃຊ້ເວລາຮຽນທັງໝົດ 4 ປີ ແລະ ສາມາດຮັກສາສະຖານະພາບໄດ້ຕື່ມອິກສູງສຸດ 2 ປີ
13. ການກໍານົດໜ່ວຍກິດໃນແຜນການຮຽນ-ການສອນ
13.1 ຈໍານວນໜ່ວຍກິດໃນແຕ່ລະໝວດວິຊາ
- ໝວດວິຊາຄວາມຮູ້ທົ່ວໄປ 17 ໜ່ວຍກິດ
- ໝວດວິຊາຄວາມຮູ້ພື້ນຖານ 42 ໜ່ວຍກິດ
- ໝວດວິຊາສະເພາະ 76 ໜ່ວຍກິດ
3.1 ຮຽນຕົວຈິງ 70 ໜ່ວຍກິດ
3.2 ບົດໂຄງການຈົບຊັ້ນ 6 ໜ່ວຍກິດ
- ໝວດວິຊາເລືອກ 3 ໜ່ວຍກິດ
ລວມທັງໝົດ 138 ໜ່ວຍກິດ
13.2 ແຜນການຮຽນ-ການສອນໃນແຕ່ລະປີ, ແຕ່ລະພາກຮຽນ
ປີທີ I ພາກຮຽນທີ 1
ລ/ດ | ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ |
1 | 205ES101 | ພາສາອັງກິດສໍາລັບວິທະຍາສາດ 1 (General English for Science 1) | 2(0-4-2) |
2 | 145PY101 | ຈິດຕະວິທະຍາທົ່ວໄປ (General Psychology) | 2(2-0-4) |
3 | 115LS101 | ລາວສຶກສາ 1 (Lao Studies 1) | 2(2-0-4) |
4 | 205CH111 | ເຄມີສາດ 1 (Chemistry 1) | 3(3-0-6) |
5 | 205CL111 | ທົດລອງເຄມີສາດ 1 (Chemistry Laboratory 1) | 1(0-2-1) |
6 | 205CA111 | ແຄນຄູລັດສ໌ 1 (Calculus 1) | 3(2-2-5) |
7 | 205PH111 | ຟີຊິກສາດ 1 (Physics 1) | 3(2-2-5) |
8 | 205PL111 | ທົດລອງຟີຊິກສາດ 1 (Physics Laboratory 1) | 1(0-2-1) |
ລວມ | 17(11-12-28) |
ປີທີ I ພາກຮຽນທີ 2
ລ/ດ | ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ |
1 | 205ES102 | ພາສາອັງກິດສໍາລັບວິທະຍາສາດ 2 ( General English for Science 2) | 2(0-4-2) |
2 | 135LS102 | ລາວສຶກສາ 2 (Lao Studies 2) | 2(2-0-4) |
3 | 205PH112 | ຟີຊິກສາດ 2 (Physics 2 ) | 3(2-2-5) |
4 | 205PL112 | ທົດລອງຟີຊິກສາດ 2 (physics laboratory2) | 1(0-2-1) |
5 | 205CF111 | ຄອມພິວເຕີພື້ນຖານ
(Computer Fundamental) |
3(2-2-5) |
6 | 205CH112 | ເຄມີສາດ 2 (Chemistry 2) | 3(3-0-6) |
7 | 205CL112 | ທົດລອງເຄມີສາດ 2 (Chemistry Laboratory 2) | 1(0-2-1) |
8 | 205CA112 | ແຄນຄູລັດສ໌ 2 (Calculus 2) | 3(2-2-5) |
ລວມ | 18(11-14-29) |
ປີທີ II ພາກຮຽນທີ 1
ລ/ດ | ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ |
1 | 205EP211 | ພາສາອັງກິດສຳລັບຟີຊິກ 1
(English for Physics 1) |
2(0-4-2) |
2 | 205FS211 | ສະຖິຕິພື້ນຖານ (Fundamental Statistics) | 3(2-2-5) |
3 | 205MP211 | ຄະນິດສາດສຳລັບຟີຊິກສາດ
(Mathematical for Physics) |
3(2-2-5) |
4 | 205GG211 | ທໍລະນີວິທະຍາທົ່ວໄປ (General geology) | 3(2-2-5) |
5 | 205MI221 | ແຮ່ສາດ-ສີລາສາດ (Mineralogy) | 3(2-2-5) |
6 | 205GP221 | ການສຳຫຼວດດ້ານທົ່ງດຶງດູດ
(Gravity Prospecting) |
3(2-2-5) |
7 | 205MP221 | ການສຳຫຼວດດ້ານທົ່ງແມ່ເຫຼັກ (Magnetic Prospecting) | 3(2-2-5) |
ລວມ | 20(12-16-32) |
ປີທີ II ພາກຮຽນທີ 2
ລ/ດ | ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ |
1 | 205EP212 | ພາສາອັງກິດສຳລັບຟີຊິກ 2
(English for Physics 2) |
2(0-4-2) |
2 | 205GM211 | ການສ້າງແຜນທີ່ທໍລະນີວິທະຍາ
(Geological Mapping) |
1(0-2-1) |
3 | 205SR221 | ການສຳຫຼວດຄື້ນສັ່ນສະເທືອນແບບຫັກ
(Seismic Refraction Prospecting) |
3(2-2-5) |
4 | 205SG221 | ໂຄງສ້າງທໍລະນີວິທະຍາ (Structural Geology) | 3(2-2-5) |
5 | 205EP221 | ການສຳຫຼວດທໍລະນີໄຟຟ້າ
(Geoelectric Prospecting) |
3(2-2-5) |
6 | 205MD221 | ການປະມວນຜົນຂໍ້ມູນການສໍາຫຼວດທົ່ງແມ່ເຫຼັກ
(Magnetic data Processing) |
1(0-2-1) |
7 | 205HG221 | ອຸທົກທໍລະນີວິທະຍາ (Hydrogeology) | 3(2-2-5) |
8 | 015ND201 | ສຶກສາປ້ອງກັນຕົວ (National Defense) | 3(0-2-7) |
ລວມ | 19(8-18-31) |
ປີທີ III ພາກຮຽນທີ 1
ລ/ດ | ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ |
1 | 205RP311 | ວິທີການຄົ້ນຄວ້າ (Research Methodology ) | 2(2-0-4) |
2 | 205SP321 | ການສຳຫຼວດຄື້້ນສັ່່ນສະເທືອນແບບສະທ້ອນ (Seismic Reflection Prospecting) | 3(2-2-5) |
3 | 205ED321 | ການປະມວນຜົນຂໍ້ມູນການສຳຫຼວດທໍລະນີໄຟຟ້າ
(Geoelectric data Processing) |
1(0-2-1) |
4 | 205EM321 | ການສຳຫຼວດດ້ານໄຟຟ້າແມ່ເຫຼັກ 1
(Electromagnetic Prospecting 1) |
3(2-2-5) |
5 | 205RP321 | ການສຳຫຼວດດ້ານກຳມັນຕະພາບລັງສີ
(Radioactive Prospecting) |
3(2-2-5) |
6 | 205DP321 | ທໍລະນີເດີນເຄື່ອນ ແລະ ແມ່ເຫຼັກດຶກດຳບັນ
(Geodynamics and Paleomagnetism) |
3(3-0-6) |
7 | 205SV321 | ພື້້ນຖານການການວັດແທກ
(Fundamental Survey) |
3(2-2-5) |
8 | 205SR311 | ຄວາມປອດໄພ ແລະ ການບໍລິຫານຄວາມສ່ຽງ (Safety and Risk Management) | 1(0-2-1) |
ລວມ | 19(13-12-32) |
ປີທີ III ພາກຮຽນທີ 2
ລ/ດ | ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ |
1 | 115HR303 | ມະນຸດສໍາພັນ (Human Relation) | 2(2-0-4) |
2 | 205GI321 | ລະບົບການຈັດການຂໍ້ມູນຂ່າວສານພູມິສາດ (Geographic Information System, GIS) | 3(2-2-5) |
3 | 205EM322 | ການສຳຫຼວດດ້ານໄຟຟ້າແມ່ເຫຼັກ 2
(Electromagnetic Prospecting 2) |
3(2-2-5) |
4 | 205GL321 | ຮູເຈາະທໍລະນີຟີຊິກ(Geophysical Logging) | 3(3-0-6) |
5 | 205FW321 | ທໍລະນີຟີຊິກພາກສະໜາມ
(Field work in Geophysics) |
1(0-2-1) |
6 | 205LM321 | ກົດໝາຍວ່າດ້ວຍແຮ່ທາດ (Laws for Mineral) | 2(2-0-4) |
7 | 205SM321 | ແຜ່ນດິນໄຫວວິທະຍາ (Seismology) | 3(2-2-5) |
ລວມ | 17(13-8-30) |
ປີທີ IV ພາກຮຽນທີ 1
ລ/ດ | ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ |
1 | 115PO401 | ການເມືອງ (Politics) | 2(2-0-4) |
2 | 205SP421 | ສໍາມະນາ (Seminar) | 2(1-2-3) |
3 | 205IG421 | ສັງລວມການສຳຫຼວດດ້ານທໍລະນີຟີຊິກ
(Integated Geophysics Methods) |
3(2-2-5) |
4 | 205GE421 | ທໍລະນີຟີຊິກດ້ານສິ່ງແວດລ້ອມ
(Geophysics for Environmental) |
3(2-2-5) |
5 | 205AG421 | ການສຳຫຼວດທໍລະນີຟີຊິກທາງອາກາດ (Airborn Geophysics) | 3(3-0-6) |
6 | 205GC421 | ທໍລະນີເຄມີ (Geochemistry) | 3(2-2-5) |
7 | xxxxxxx | ວິຊາເລືອກ (Selective) | 3(2-2-5) |
ລວມ | 19(14-10-33) |
ປີທີ IV ພາກຮຽນທີ 2
ລ/ດ | ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ |
1 | 205TR421 | ເຝິກງານ (Training) | 3(0-0-9) |
2 | 205FP421 | ໂຄງການຈົບຊັ້ນ (Final Project) | 6(0-0-18) |
ລວມ | 9(0-0-27) |