ຄວາມເປັນມາ
ພະແນກຈັດຕັ້ງ-ສັງລວມ ເປັນໜຶ່ງໃນພະແນກບໍລິຫານຂອງຄະນະວິຊາ, ຊຶ່ງມີທີ່ຕັ້ງຂຶ້ນກັບການຊີ້ນຳຂອງຄະນະບໍດີ ແລະ ຮອງຄະນະບໍດີຝ່າຍບໍລິຫານ.
ວິໄສທັດ
ໃຫ້ການບໍລິຫານ-ຄຸ້ມຄອງທີ່ມີຄຸນນະພາບ, ບໍລິການວ່ອງໄວ, ມີຄວາມຖືກຕ້ອງ ແລະ ມີຄວາມຮັບຜິດຊອບສຸງໃນການປະຕິບັດວຽກງານ.
ພາລະບົດບາດ
ເປັນເສນາທິການໃຫ້ແກ່ ຄະນະບໍດີ ແລະ ຮອງຄະນະບໍດີໃນວຽກງານຈັດຕັ້ງ ແລະ ຄຸ້ມຄອງພະນັກງານ, ວຽກງານບໍລິຫານ-ສັງລວມ, ວຽກງານພິທີການ, ເລຂານຸການ, ວຽກງານຄຸ້ມຄອງເຄຫະ ແລະ ບໍລິການ.
ໜ້າທີ່
- ຄຸ້ມຄອງ ແລະ ປະເມີນຜົນງານລັດຖະກອນຄູ ແລະ ບໍລິຫານ.
- ວາງແຜນ, ຄາດຄະເນຕົວເລກລັດຖະກອນ, ແຜນການກໍ່ສ້າງບຳລຸງ ແລະ ຍົກລະດັບພະນັກງານ, ລັດຖະກອນ ໄລຍະສັ້ນ ແລະ ໄລຍະຍາວ.
- ສຶກສາ ແລະ ຄົ້ນຄ້ວາໂຄງປະກອບການຈັດຕັ້ງຂັ້ນຄະນະວິຊາ: ຂໍ້ກຳນົດ, ກົດລະບຽບ, ກົດໝາຍ ແລະ ລະບຽບກ່ຽວກັບການສຶກສາ ແລະ ກ່ຽວກັບລັດຖະກອນ.
- ສະເໜີ ດັດແກ້, ເລື່ອນຊັ້ນ-ຂັ້ນ ເງິນເດືອນ, ການຍ້ອງຍໍຜົນງານ ແລະ ນະໂຍບາຍອຶ່ນໆໃຫ້ພະນັກງານ, ລັດຖະກອນ.
- ປັບປຸງ ແລະ ຜະລິດແຜ່ນພັບ, ສື່ສິ່ງພິມໂຄສະນາ, ວີດີໂອໂຄສະນາຂໍ້ມູນຂອງຄະນະວິຊາ.
- ສັງລວມແຜນການເຄື່ອນໄຫວ, ບົດສະຫຼຸບປະຈຳເດືອນ ແລະ ປະຈຳປີ ຂອງຄະນະວິຊາ.
- ສ້າງແຜນ, ຈັດສັນການນຳໃຊ້ອຸປະກອນ ແລະ ພາຫະນະຮັບໃຊ້ຕ່າງໆ ຂອງຄະນະວິຊາ.
- ສະເໜີນະໂຍບາຍວຽກງານປ້ອງກັນຄວາມສະຫງົບ.
- ບໍລິຫານກອງປະຊຸມ, ພິທີກອນ, ພິທີການ ແລະ ການຈໍລະຈອນເອກະສານ ຂາເຂົ້າ-ຂາອອກ ຕ່າງໆຂອງຄະນະວິຊາ.
- ສ້າງແຜ່ນປ້າຍຄຳຂວັນເພື່ອປະຊາສຳພັນ, ກະກຽມແຕ່ງເວທີກອງປະຊຸມ, ພິທີການຕ່າງໆ, ອາຄານສະຖານທ່ີ, ຮັບຜິດຊອບແສງສີ ແລະ ສຽງ.
- ສະໜອງຂໍ້ມູນດ້ານຂ່າວສານໃຫ້ສື່ມວນຊົນ: ໜ່ວຍງານຂໍ້ມູນ ແລະ ຂ່າວສານຂອງຄະນະວິຊາ, ໜັງສືພິມ, ວິທະຍຸ ແລະ ໂທລະພາບ.
- ຈັດຊື້, ຈັດຈ້າງຕ່າງໆຂອງຄະນະວິທະຍາສາດທຳມະຊາດ.
- ສ້າງແຜນຄຸ້ມຄອງ ແລະ ບໍລິຫານ ສິ່ງອຳນວຍຄວາມສະດວກ ໃຫ້ແກ່ການຮຽນ-ການສອນ, ວຽກວິທະຍາເຂດ ແລະ ການສ້ອມແປງຕ່າງໆຂອງຄະນະວິຊາ.
- ສະເໜີເບີກຈ່າຍງົບປະມານຮັບໃຊ້ວຽກງານການເຄື່ອນໄຫວຂອງຄະນະວິຊາ, ການຊື້ອຸປະກອນ ແລະ ເຄື່ອງໃຊ້ຕ່າງໆ ໃຫ້ຖືກຕາມລະບຽບການເງິນ.
- ປະຕິບັດວຽກງານອື່ນໆຕາມການມອບໝາຍຂອງທ່ານຄະນະບໍດີ ແລະ ຮອງຄະນະບໍດີ.
ຂອບເຂດສິດ
- ຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ຈັດຕັ້ງ ແລະ ຄຸ້ມຄອງພະນັກງານ, ວຽກງານບໍລິຫານ-ສັງລວມ ຕາມພາລະບົດບາດ.
- ນຳໃຊ້ງົບປະມານ, ແຫຼ່ງລາຍຮັບຕ່າງໆ, ພາຫະນະ, ວັດຖຸອຸປະກອນ ແລະ ສະຖານທີ່ ພາຍໃຕ້ການຄຸ້ມຄອງຂອງຄະນະວິຊາ ທີ່ໄດ້ຮັບອະນຸມັດ ແລະ ຖືກຕ້ອງຕາມຂໍ້ກຳນົດ.
- ພົວພັນກັບບັນດາພະແນກການ ແລະ ພາກວິຊາ ພາຍໃນຄະນະວິທະຍາສາດທຳມະຊາດ.
ກົງຈັກ ແລະ ບຸກຄະລາກອນ
ຫົວໜ້າພະແນກ
ປທ. ເພັດ ສອນວິໄລ (Pheth SONEVILAY, MSc)
MSc in Computer Science
ຫົວໜ້າພະແນກ
ຕໍາແໜ່ງວິຊາການ: ອາຈານ
p.sonevilay@nuol.edu.la
ປທ. ເພັດ ສອນວິໄລ (Pheth SONEVILAY, MSc)
MSc in Computer Science
ຫົວໜ້າພະແນກ
ຕໍາແໜ່ງວິຊາການ: ອາຈານ
p.sonevilay@nuol.edu.la
ຮອງຫົວໜ້າພະແນກ
ປທ. ໂພວິໄລ ມັອກຊົມ (Phovilay MOXOM, MSc)
ປະລິນຍາໂທ ສາຂາ ພະລັງງານທົດແທນ
ຮອງຫົວໜ້າພະແນກ
ຕໍາແໜ່ງວິຊາການ:
p.moxom@nuol.edu.la
ປທ. ໂພວິໄລ ມັອກຊົມ (Phovilay MOXOM, MSc)
ປະລິນຍາໂທ ສາຂາ ພະລັງງານທົດແທນ
ຮອງຫົວໜ້າພະແນກ
ຕໍາແໜ່ງວິຊາການ:
p.moxom@nuol.edu.la
ປທ. ບຸນຄົງ ແກ້ວມູນລັດ (Bounkhong KEOMOUNLATH, MSc)
ປະລີນຍາໂທ ສາຂາ ຟິຊິກສາດນໍາໃຊ້
ຮອງຫົວໜ້າພະແນກ
ຕໍາແໜ່ງວິຊາການ:
52125@nuol.edu.la
ພະແນກຈັດຕັ້ງ-ສັງລວມປະກອບດ້ວຍ 4 ໜ່ວຍງານຄື:
ໜ່ວຍງານຈັດຕັ້ງ-ພະນັກງານ
ປທ. ນ.ພິດສະໄຫມ ມູນລະດົກ (Phithsamay MOONLADOK, MSc)
ປະລິນຍາໂທ ສາຂາ ຄະນິດສາດ
ໜ່ວຍວິຊາ ວິເຄາະຄະນິດ ແລະ ສົມຜົນຈຸນລະຄະນິດ
ຕໍາແໜ່ງວິຊາການ: ຊ່ວຍອາຈານ
ປທ. ນ.ພວງມະລີ ສີຫາລາດ (Phuangmaly Siharath, MEd)
ປະລິນຍາໂທ ສາຂາ ບໍລິຫານການສຶກສາ
ພະນັກງານບໍລິຫານ
ຕໍາແໜ່ງວິຊາການ:
ໜ່ວຍງານບໍລິຫານ-ສັງລວມ.
ປທ. ພານິກອນ ຄຳພາວົງ (Phanikone KHAMPHAVONG, MSe)
MASTER IN INTERNATIONAL ECONOMICS AND TRADE
ໜ່ວຍວິຊາ
ຕໍາແໜ່ງວິຊາການ:
phanikone_kp@nuol.edu.la
ປທ. ທອງສິງ ສີວົງໄຊ (Thongsinf SYVONGXAY, MSc)
ປະລິນຍາໂທ ສາຂາ ວິທະຍາສາດຄອມພິວເຕີ
ນັກວິຊາການ
ຕໍາແໜ່ງວິຊາການ:
thongsing2016@gmail.com
ໜ່ວຍງານພິທີການ ແລະ ເລຂານຸການ
ປຕ. ນ.ສົມດວນ ພົມມະວັນ (Somdouan PHOMMAVANH, MSc)
ປະລິນຍາຕີ ສາຂາ ຟີຊິກສາດ
ໜ່ວຍວິຊາທົດລອງຟີຊິກສາດພື້ນຖານ
ຕໍາແໜ່ງວິຊາການ: ຊອ
52128@nuol.edu.la
ນ. ອຸສະຫວັນ ແກ້ວມະນີ (Ousavanh KEOMANY)
ປະລິນຍາຕີ ສາຂາ ວິທະຍາສາດຄອມພິວເຕີ
ໜ່ວຍວິຊາ
ຕໍາແໜ່ງວິຊາການ:
aaing981@gmail.com
ໜ່ວຍງານຄຸ້ຄອງເຄຫະ ແລະ ບໍລິການ
ປຕ. ສີທະນົນໄຊ ຄຸນນະວົງສາ (Sithanonxay SILHODVONGSA)
ພະນັກງານ
ຕໍາແໜ່ງວິຊາການ:
ໂທລະສັບ/WA: +856-20-55242784