ຂໍ້ກຳນົດ

ວ່າດ້ວຍສະພາບໍລິຫານຂອງຄະນະວິທະຍາສາດທຳມະຊາດ

 

  • ອີງຕາມ ຂໍ້ກຳນົດຂອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ສະບັບເລກທີ 2614/ມຊ. 2002 ວ່າດ້ວຍ ການບໍລິຫານ ຄຸ້ມຄອງ ຄະນະວິຊາ.
  • ອີງຕາມ ຂໍ້ຕົກລົງຂອງອະທິການບໍດີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະວິທະຍາສາດທຳມະຊາດ ເລກທີ 846/ມຊ.ຈຕ   ລົງວັນທີ 28 ກຸມພາ 2013.
  • ອີງຕາມ ຂໍ້ກຳນົດຂອງຄະນະບໍດີ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຄະນະວິທະຍາສາດທຳມະຊາດ ສະບັບເລກທີ 66/ຄວທ ລົງວັນທີ 13 ມີນາ
  • ອີງຕາມ ການຄົ້ນຄວ້າ ແລະ ສະເໜີຂອງ ຄະນະພັກຮາກຖານ ຄະນະວິທະຍາສາດທຳມະຊາດ ວ່າດ້ວຍການຜັນຂະຫຍາຍຂໍ້ກຳນົດຂອງ ຄະນະບໍດີ ຄະນະວິທະຍາສາດທຳມະຊາດ ກ່ຽວກັບການຈັດຕັ້ງ ແລະ ເຄື່ອນໄຫວຂອງຄະນະວິຊາ.

ໝວດທີ I

ວ່າດ້ວຍບົດບັນຍັດທົ່ວໄປ

ມາດຕາ​ 1: ຈຸດປະສົງ

ຂໍ້ກຳນົດສະບັບນີ້ ໄດ້ກຳນົດພາລະບົດບາດ, ໜ້າທີ່, ຂອບເຂດສິດ, ໂຄງປະກອບສະພາບໍລິຫານ ແລະ ລະບອບແບບແຜນວິທີເຮັດວຽກ ເພື່ອເປັນບ່ອນອີງທາງດ້ານນິຕິກຳໃຫ້ແກ່ການຈັດຕັ້ງ ແລະ ເຄື່ອນໄຫວວຽກງານຂອງຄະນະວິທະຍາສາດທຳມະຊາດໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ແຜນຍຸດທະສາດ ຂອງລັດຖະບານ ແລະ ຂອງມະຫາວິທະຍາໄລແຫ່ງຊາດ ໃນດ້ານການພັດທະນາຊັບພະຍາກອນມະນຸດ, ການຄົ້ນຄວ້າວິທະຍາສາດ ແລະ ການປົກປັກຮັກສາ ແລະ ສົ່ງເສີມສິລະປະວັດທະນະທຳຂອງຊາດ.

ມາດຕາ​ 2: ທີ່ຕັ້ງ ແລະ ພາລະບົດບາດ

ສະພາບໍລິຫານ ເປັນອົງປະກອບທາງດ້ານກົງຈັກການຈັດຕັ້ງຂອງຄະນະວິທະຍາສາດທຳມະຊາດ, ມີພາລະບົດບາດ ຈັດຕັ້ງການຄົ້ນຄວ້າ ແລະ ຜັນຂະຫຍາຍນະໂຍບາຍ, ແຜນຍຸດທະສາດດ້ານການບໍລິຫານ, ກົງຈັກການຈັດຕັ້ງ, ແຜນກຳນົດພະນັກງານ, ການຄຸ້ມຄອງ, ພັດທະນາ ແລະ ຊຸກຍູ້ສົ່ງເສີມບຸກຄະລາກອນ ດ້ານການບໍລິຫານ ເພື່ອຕອບສະໜອງໃຫ້ກັບຄະນະວິຊາພາຍໃຕ້ການຊີ້ນຳຂອງທ່ານຄະນະບໍດີ.

ໝວດທີ II

ວ່າດ້ວຍໜ້າທີ່ ແລະ ຂອບເຂດສິດຂອງ ສະພາ

 

ມາດຕາ 3: ໜ້າທີ່ ແລະ ຂອບເຂດສິດຂອງ ສະພາບໍລິຫານ

3.1 ໜ້າທີ່

  1. ໃຫ້ຄຳປຶກສາຕໍ່ຄະນະບໍດີ ກ່ຽວກັບວຽກງານບໍລິຫານຄະນະວິຊາ.
  2. ຄົ້ນຄວ້າ ແລະ ຕົກລົງກ່ຽວກັບນະໂຍບາຍ, ແຜນຍຸດທະສາດດ້ານການບໍລິຫານ, ແຜນການ ແລະ ໂຄງການຂອງຄະນະວິຊາ.
  3. ຄົ້ນຄວ້າ-ປັບປຸງ, ວາງແຜນ, ຈັດຕັ້ງປະຕິບັດ, ຕິດຕາມກວດກາ ແລະ ປະເມີນຜົນໃນການຄຸ້ມຄອງບໍລິຫານ, ການປະຕິບັດແຜນການ ແລະ ໂຄງການ.
  4. ຄຸ້ມຄອງ, ຕິດຕາມກວດກາ, ປະເມີນຜົນ ແລະ ຊຸກຍູ້ສົ່ງເສີມການປະຕິບັດໜ້າທີ່ຂອງພະນັກງານ, ຄູ-ອາຈານ ແລະ ນັກຄົ້ນຄວ້າຂອງຄະນະວິຊາ.
  5. ຄຸ້ມຄອງ, ຕິດຕາມກວດກາ ແລະ ປະເມີນຜົນ ການນຳໃຊ້ງົບປະມານ, ວັດຖຸອຸປະກອນ, ພາຫະນະ, ທີ່ດິນ, ອາຄານສະຖານທີ່ ທີ່ເປັນຊັບສິນຂອງລັດພາຍໃຕ້ການຄຸ້ມຄອງຂອງຄະນະວິຊາ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ.
  6. ຄົ້ນຄວ້າ, ກຳນົດໂຄງປະກອບກົງຈັກ, ບຸກຄະລາກອນ, ໜ້າທີ່ ແລະ ຂອບເຂດສິດຂອງພາກສ່ວນຕ່າງໆພາຍໃນ ຄະນະວິຊາ.
  7. ຄົ້ນຄວ້າ ແລະ ພິຈາລະນາ ຜົນການປະເມີນລັດຖະກອນ, ການຍ້ອງຍໍຜົນງານ, ຜົນການປະເມີນອື່ນໆທີ່ກ່ຽວຂ້ອງສິດຜົນປະໂຫຍດຂອງລັດຖະກອນ ແລະ ນັກສຶກສາ ພາຍໃນຄະນະວິຊາ.

3.2 ຂອບເຂດສິດ

  1. ຮັບຮອງ ແລະ ຕົກລົງບັນດາຂໍ້ກຳນົດ, ກົດລະບຽບ, ຫຼັກການ ກ່ຽວກັບການບໍລິຫານຂອງຄະນະວິຊາ
    ເພື່ອໃຫ້ຄະນະບໍດີ ອະນຸມັດ.
  2. ຄົ້ນຄ້ວາ ແລະ ສະເໜີການບັນຈຸພະນັກງານສັນຍາຈ້າງ ແລະ ລັດຖະກອນຕາມຄວາມຕ້ອງການຕົວຈິງຂອງວຽກງານ.
  3. ສະເໜີແຕ່ງຕັ້ງຄະນະກຳມະການ, ອະນຸກຳມະການ ຫຼື ບຸກຄົນ ເພື່ອດຳເນີນວຽກງານຢູ່ໃນຂອບເຂດສິດຂອງສະພາບໍລິຫານ.
  4. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຄະນະບໍດີ.

 

ໝວດທີ III

ວ່າດ້ວຍໂຄງປະກອບການຈັດຕັ້ງຂອງສະພາ

ມາດຕາ 4: ໂຄງປະກອບການຈັດຕັ້ງສະພາບໍລິຫານ

4.1 ສະພາບໍລິຫານ

ປະກອບດ້ວຍປະທານ ແລະ ກຳມະການ ທີ່ຖືກແຕ່ງຕັ້ງໂດຍທ່ານຄະນະບໍດີ ເຊິ່ງກຳນົດດັ່ງນີ້:
  1. ຮອງຄະນະບໍດີ ຝ່າຍບໍລິຫານ ເປັນປະທານ
  2. ຮອງຄະນະບໍດີ, ຫົວໜ້າພາກວິຊາ ແລະ ຫົວໜ້າພະແນກ ເປັນຄະນະ
  3. ປະທານ ແລະ ເລຂາ ສາມອົງອົງການຈັດຕັ້ງມະຫາຊົນ ຂັ້ນຮາກຖານ ເປັນຄະນະ
  4. ຫົວໜ້າພະແນກຈັດຕັ້ງ-ສັງລວມ ຫຼື ຫົວໜ້າພະແນກທີ່ກ່ຽວຂ້ອງ ເປັນເລຂາ

4.2 ວາລະການປະຕິບັດໜ້າທີ່ຜູ້ບໍລິຫານຂອງສະພາ

ຜູ້ບໍລິຫານທີ່ປະກອບດຳລົງຕຳແໜ່ງຢູ່ໃນສະພາບໍລິຫານ ຂອງຄະນະວິທະຍາສາດທຳມະຊາດ ມີວາລະການດຳເນີນງານ 5 ປີ ຈິ່ງມີການຄັດເລືອກ ແລະ ແຕ່ງຕັ້ງໃໝ່.

 

ໝວດທີ IV

ວ່າດ້ວຍລະບອບວິທີການເຮັດວຽກ ແລະ ການພົວພັນປະສານງານ

ມາດຕາ 5: ລະບອບແບບແຜນວິທີເຮັດວຽກ

ສະພາບໍລິຫານ ເຄື່ອນໄຫວຕາມລະບຽບຫຼັກການດັ່ງລຸ່ມນີ້:
  1. ເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ ແລະ ປະຕິບັດລະບອບຫົວໜ້າດຽວ.
  2. ການເຄື່ອນໄຫວ ແລະ ດຳເນີນງານ ຂອງສະພາ ແມ່ນອີງໃສ່ທິດທາງແຜນການລວມຂອງຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ ບົນພື້ນຖານແນວທາງນະໂຍບາຍຂອງພັກ ແລະ ລັດ ແລ້ວຫັນເປັນແຜນການ ແລະ ໂຄງການລະອຽດ.
  3. ປະຕິບັດລະບອບປະຊຸມ, ຖອດຖອນບົດຮຽນ, ກວດກາ-ປະເມີນຜົນ ແລະ ລາຍງານຕາມແຜນການທີ່ໄດ້ກຳນົດໄວ້.

 

ໝວດທີ V

ວ່າດ້ວຍບົດບັນຍັດມ້ວນທ້າຍ

ມາດຕາ 6

ເພື່ອໃຫ້ຂໍ້ກຳນົດສະບັບນີ້ ໄດ້ຮັບການປະຕິບັດ ໃຫ້ຮອງຄະນະບໍດີ, ຫົວໜ້າພາກວິຊາ, ພະແນກ,
ໜ່ວຍວິຊາ ແລະ ໜ່ວຍງານຕ່າງໆໃນຄະນະວິຊາຈົ່ງຮັບຮູ້ ແລະ ປະຕິບັດຕາມຂໍ້ກຳນົດຕາມພາລະບົດບາດຂອງໃຜ ລາວຢ່າງເຂັ້ມງວດ.

ມາດຕາ 7

ຂໍ້ກຳນົດສະບັບນີ້ມີຜົນສັກສິດ ແລະ ນຳໃຊ້ນັບແຕ່ມື້ລົງລາຍເຊັນເປັນຕົນໄປ.