ຄວາມເປັນມາ

ພະ​ແນ​ກວິຊາ​ການ ໄດ້ສ້າງຕັ້ງຂຶ້ນພ້ອມກັບການສ້າງຕັ້ງຄະນະວິທະຍາສາດທຳມະຊາດ ໃນປີ ຄສ. 1996, ເປັນກົງຈັກການຈັດຕັ້ງທາງດ້ານບໍລິຫານ, ຄຸ້ມຄອງວຽກງານວິຊາການ, ເປັນ​ພະແນກນຶ່ງໃນຈຳນວນ 6 ພະແນກ ທີ່ສັງກັດຢູ່ໃນສຳນກງານ​ຄະນະ​ບໍດີ ຄະນະວິທະຍາສາດທໍາ​ມະ​ຊາດ ຊຶ່ງ​ຢູ່ພາຍ​ໃຕ້​ການຊີ້ນຳ​ໂດຍ​ກົງ​ຂອງ​ຄະນະບໍດີ, ​ເປັນເລຂານຸການຂອງສະພາວິຊາການ​ຂອງຄະນະ​ວິຊາ. ພະ​ແນ​ກວິຊາ​ການ ເປັນ​ພະ​ແນ​ກ​​ນຶ່ງທີ່​ຮັບຜິດຊອບ​ວຽກງານໃຈກາງ​ຂອງຄະນະວິຊາ ຊື່ງມີໜ້າທີ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃນຂະແໜງວິທະຍາສາດທຳມະຊາດ ໃນ 15 ສາຂາວິຊາ( 15 ຫລັກສູດ) ໃນລະດັບປະລິນຍາຕີ.

ວິໄສທັດ

ມຸ່ງໝັ້ນໃນການບໍລິຫານ-ຄຸ້ມຄອງທີ່ວ່ອງໄວ, ຖືກຕ້ອງ ແລະ ມີຄຸນນະພາບສູງ

ພາລະບົດບາດ

  1. ເປັນ​ເສນາ​ທິການ​ໃຫ້ແກ່ທ່ານ​ຄະນະບໍດີ ໃ​ນດ້ານການສ້າງແຜນການພັດທະນາການສືກສາຂອງຄະນະວິຊາ
  2.  ເປັນ​ເສນາ​ທິການ​ໃຫ້ແກ່ທ່ານ​​ຄະນະບໍດີໃນການບໍລິຫານວິຊາການ, ສະເໜີແຜນການສ້າງ ແລະ ປັບປຸງ
  3. ລະບົບລົງທະບຽນຄຸ້ມຄອງ, ຄົ້ນຄ້ວາ ແລະ ຕິດຕາມການນຳໃຊ້ງົບປະມານວິຊາການ ແລະ ລັດຖະບານ ຊຶ່ງນຳໃຊ້ ເຂົ້າໃນການປະຕິບັດໂຄງການຫລັກສູດ,ການປັບປຸງຫຼັກສູດ ແລະ ພັດທະນາຫຼັກສູດໃໝ່.
  4. ເປັນເສນາທິການໃຫ້ແກ່ທ່ານຄະນະບໍດີໃນການສ້າງແຜນປັບປຸງຄຸນະພາບທາງດ້ານວິຊາການ ເພື່ອໃຫ້ແທດເໝາະກັບຄວາມຕ້ອງການຂອງສັງຄົມ, ສ້າງ ແລະ ຄຸ້ມຄອງລະບົບປະເມີນຜົນການຮຽນ-ການສອນ,ລະບົບຄຸ້ມຄອງຜົນການຮຽນ ແລະ ສ້າງ, ຄຸ້ມຄອງລະບົບປະກັນຄຸນະພາບການສຶກສາ ແລະ ຜັນຂະຫຍາຍ ຂໍ້ກຳນົດ, ນິຕິກຳຕ່າງໆທີ່ພົວພັນກັບວຽກວິຊາການ.

ໜ້າທີ່

  1. ດຳເນີນການລົງທະບຽນ, ຄຸ້ມຄອງ​, ເກັບກຳສະຖິຕິ ຫລື ສ້າງຖານຂໍ້ມູນນັກ​ສື​ກສາທົ່ວ ຄ ວ ທ
  2. ຈັດຕາຕະລາງການຮຽນ-ການສອນໃຫ້ທຸກໆລະບົບ
  3. ດຳເນີນເອກະສານ ແລະ ຄຸ້ມຄອງການ​ໂຈະການ​ຮຽນ ​ແລະ ການລາ​ພັກ​ຮຽນຂອງນັກສືກສາ
  4. ສັງລວມ​ແຜນ​ ແລະ ຄຸ້ມຄອງຄວາມ​ຕ້ອງການ ​ຫ້ອງ​ຮຽນ-ຫ້ອງທົດລອງ
  5. ຈັດຕັ້ງການສອບເສັງທ້າຍພາກຮຽນ, ສອບເສັງຈົບຊຸດຮຽນ ແລະ ການປ້ອງກັບບົດຈົບຊັ້ນ
  6. ສ້າງແຜນໃນການເຄື່ອນໄຫວ, ຕິດຕາມ, ເກັບກຳການດຳເນີນໂຄງການຈົບຊັ້ນ ແລະ ສອບເສັງຈົບຊັ້ນໃນຄະນະວິຊາ
  7. ຄຸ້ມຄອງຂໍ້ກຳນົດ ແລະ ລະບຽບການຕ່າງໆດ້ານວິຊາການ(ລະບຽບໃນການສອບເສັງ, ລະບຽບໃນຫ້ອງຮຽນ-ຫ້ອງທົດລອງ ,ລະບຽບໃນການລາພັກ, ລະບຽບໃນການໂຈະການຮຽນ ແລະ ອື່ນໆ ທີ່ກ່ຽວຂ້ອງ)
  8. ຄຸ້ມຄອງຄະ​ແນນ, ດຳເນີນການຮ່າງໃບຢັ້ງຢືນ ຫລື  ໜັງສືອ້າງອີງຕ່າງໆທີ່ກ່ຽວຂ້ອງກັບວຽກງານວິຊາການ
  9. ສ້າງລະບົບປະກັນຄຸນນະພາບການສຶກສາ, ດໍາ​ເນີນ​ການ​ວັດ ແລະ ການປະ​ເມີນຜົນທຸກວຽກງານວິຊາການ
  10. ເກັບກຳ, ສັງລວມ ແລະ ຂຶ້ນແຜນໃນການພິມປຶ້ມ, ເອກະສານອ້າງອີງການສິດສອນຕ່າງໆ
  11. ສ້າງແຜນງົບປະມານ, ເກັບກຳຂໍ້ມູນໃນການລົງຝືກງານຂອງ​ນັກ​ສື​ກສາ, ສະຖານທີ່ລົງຝືກງານຂອງນັກສືກສາ ແລະ ການລົງຕິດຕາມ, ກວດກາການ​ລົງ​ຝືກງານ.
  12. ດຳເນີນການເກັບ​ກຳ​ສະຖິຕິ​ນັກ​ສື​ກສາ, ຄຸ້ມຄອງວຽກ​ງານໄຊຍະບັດ,​ ປະກາສະນີຍະບັດ ຕໍ່ຜູ້ທີ່​ຈະ​ໄດ້​ຮັບ​ໃບ​ປະກາສະນີຍະບັດ, ເປັນ​ເຈົ້າການ​ໃນ​ການຈັດຕັ້ງການຝືກຊ້ອມ ​ແລະ ຮັບໃບປະກາສະນີຍະບັດ.
  13. ຄຸ້ມຄອງຫຼັກສູດທັງໝົດ, ຂື້ນແຜນໃນການປັບປຸງ ແລະ ພັດທະນາຫຼັກສູດໃໝ່ທີ່ຈຳເປັນ(ລະດັບປະລິນຍາຕີລົງມາ)
  14. ບໍລິຫານຄຸ້ມຄອງງົບປະມານວິຊາການ ແລະ ບາງງົບປະມານລັດຖະບານທີ່ກ່ຽວຂ້ອງກັບວຽກວິຊາການ
  15. ສັງລວມການຂື້ນ​ງົບປະມານ​ດ້ານອຸປະກອນຮັບໃຊ້ວິຊາການ, ບໍລິການສອບເສັງທັງໝົດ, ເງິນຄ່າສິດສອນທັງໝົດ(ການສິດສອນ​ພາກຮຽນປົກກະຕິ ​ແລະ ພາກຮຽນເພີ່ມ(ພາກຮຽນ 3))
  16. ​ຕິດຕາມ,ເກັບກຳ ແລະ ຜ່ານເອກະສານ​ ສຳລັບການສະເໜີ​ຈ່າຍງົບປະມານ​ຮ່ວງ​ວິຊາ​ການ​ຂອງ​ພາກສ່ວນ​ຕ່າງໆ
  17. ສ້າງແຜນງົບປະມານໃນການປະ​ເມີນ​ ແລະ ກວດກາການ​ປະຕິບັດຫຼັກສູດທັງໝົດ
  18. ສ້າງ​ແຜນການ​ ແລະ ສະເໜີ​ການຈັດ​ຝືກອົບຮົມ​ວິຊາ​ການທີ່ເຫັນວ່າມີຄວາມຈຳເປັນ ໃນ ຄ ວ ທ
  19. ບໍລິຫານ, ຄຸ້ມຄອງ ແລະ ບໍລິການຫໍສະໝຸດຂອງ ຄ ວ ທ
  20. ຄຸ້ມຄອງຂໍ້ກຳນົດ, ນິຕິກຳ, ລະບຽບການຕ່າງໆ ຂອງ ມ ຊ ພ້ອມຜັນຂະຫຍາຍບາງພາກສ່ວນຂອງຂໍ້ກຳນົດ ສຳລັບການເຄື່ອນໄຫວວຽກງານວິຊາການບາງດ້ານ ເຊັ່ນ: ຄ່າສິດສອນ, ການສອບເສັງ, ບົດໂຄງການຈົບຊັ້ນ, ສອບເສັງຈົບຊັ້ນ, ການລົງຝືກງານຂອງນັກສືກສາ ແລະ ນະໂຍບາຍອື່ນໆທີ່ກ່ຽວຂ້ອງກັບວຽກງານວິຊາການ

ຂອບເຂດສິດ

  1. ເກັບກຳ, ສັງລວມ ແລະ ສະເໜີເປີດກອງປະຊຸມເພື່ອຄົ້ນຄວ້າ,ປະກອບຄຳຄິດເຫັນ ຕໍ່ກັບແຜນແຜນຍຸດທະສາດຂອງ ຄ ວ ທ
  2. ເກັບກຳ, ສັງລວມ ແລະ ສະເໜີເປີດກອງປະຊຸມການປັບປຸງຫຼັກສູດ, ພັດທະນາຫລັກສູດໃໝ່, ປັບປຸງ-ພັດທະນາລະບົບການລົງທະບຽນ ແລະ ອື່ນໆທີ່ກ່ຽວຂ້ອງ.
  3. ສະເໜີຈັດຕັ້ງກອງປະຊຸມເພື່ອປັບປຸງ, ຜັນຂະຫຍາຍ ແລະ ເຜີຍແຜ່ຂໍ້ກຳນົດຕ່າງໆ ທີ່ກ່ຽວຂ້ອງກັບວຽກງານວິຊາການ
  4. ສະເໜີການສ້າງຂະບວນການສອນດີ-ສອນເກັ່ງ, ຮຽນດີ-ຮຽນເກັ່ງ, ດຳເນີນການຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ດີເດັ່ນ ແລະ ປະຕິບັດວິໄນຕໍ່ຜູ້ທີ່ທີ່ຜິດລະບຽບທາງດ້ານວິຊາການ
  5. ຄົ້ນຄ້ວາ ແລະ ສະເໜີປ່ຽນແປງການປະຕິບັດນະໂຍບາຍຕ່າງໆທາງດ້ານວິຊາການ ຕໍ່ອາຈານສອນ ແລະ ນັກສືກສາໃຫ້ແທດເໝາະ ແລະ ເປັນໄປຕາມຂໍ້ກຳນົດຂອງ ມ ຊ ໄດ້ວາງອອກ.
  6. ບໍລິຫານ, ຄຸ້ມຄອງ ແລະ ຈັດການດ້ານງົບປະມານຕ່າງໆ​ເຂົ້າ​ໃນ​ວຽກ​ທີ່​ຕົນ​ຮັບຜິດຊອບ
  7. ສະເໜີເປີດກອງປະຊຸມເພື່ອຄົ້ນຄວ້າ ປະກອບຄຳເຫັນໃນວຽກງານການວັດ, ການປະເມີນຜົນ ແລະ ວຽກງານພັດທະນາຄຸນນະພາບການຮຽນ-ການສອນ.
  8. ເປັນເລຂານຸການຂອງສະພາວິຊາການຂອງຄະນະວິຊາ.

ກົງຈັກ ແລະ ບຸກຄະລາກອນ

ຫົວໜ້າພະແນກວິຊາການ

ປທ. ໄພວັນ ປັດຖາ (Phayvanh PHADTHA MSc)

ປະລິນຍາໂທ ສາຂາ ຟີຊິກສາດ

ຫົວໜ້າພະແນກ
ໜ່ວຍວິຊາຟີຊິກສາດທົ່ວໄປ
ຕໍາແໜ່ງວິຊາການ: ຮອງສາດສະດາຈານ
p.padtha@nuol.edu.la

ຮອງຫົວໜ້າພະແນກວິຊາການ

ປທ. ມູນພີນ ພອນປັນຍາ (Mounphine PHONEPANYA, MSc)

ປະລິນຍາໂທ ສາຂາ ວິທະຍາສາດຄອມພີວເຕີ

ຮອງພະແນກ
ຕໍາແໜ່ງວິຊາການ:
mphonepanya@nuol.edu.la

ຮອງຫົວໜ້າພະແນກວິຊາການ

ປທ. ນ.ຈິດນາວັນ ພອນຄໍາມາ

ປະລິນຍາໂທ

ຮອງພະແນກ
ຕໍາແໜ່ງວິຊາການ: ຊ່ວຍອາຈານ
ໂທລະສັບ/WA: +856-20-59192996

ພະແນກວິຊາການ ຄວທ ປະກອບດ້ວຍ 5 ໜ່ວຍງານຄື:

ໜ່ວຍງານຄຸ້ມຄອງຫລັກສູດ ແລະ ວຸດທິບັດ

ປຕ. ສຸທິຍາ ແກ້ວວິຈິດ (Southiya KEOVICHIT, MBa)

ປະລິນຍາຕີ ສາຂາ ເສດຖະສາດທົ່ວໄປ

ໜ່ວຍວິຊາ ຄະນິດສາດສໍາຫຼັບເສດຖະສາດ ແລະ ບໍລິຫານທຸລະກິດ
ຕໍາແໜ່ງວິຊາການ:

ໜ່ວຍງານປະກັນຄຸນນະພາບ

ຮອງຫົວໜ້າໜ່ວຍງານປະກັນຄຸນນະພາບ

ປທ. ນ.ສຸໄພວີ ທິບພະວົງ (Souphaivy THIPPHAVONG,MSc)

ປະລິນຍາໂທ ສາຂາ ບໍລິຫານການສຶກສາ

ໜ່ວຍວິຊາ
ຕໍາແໜ່ງວິຊາການ:
s.thipphavong@nuol.edul.a

ໜ່ວຍງານຫໍສະໝຸດ

ປຕ. ພຸດທະວັນ ປັດຖາ (Pouthaban PADTHA, BSc)

ປະລິນຍາຕີ ສາຂາ ວິທະຍາສາດຄອມພິວເຕີ

ໜ່ວຍວິຊາ
ຕໍາແໜ່ງວິຊາການ:

ໜ່ວຍງານສະຖິຕິ ແລະ ປະເມີນຜົນ

ປຕ. ບົວເກດ ວັນນະຈິດ (Bouaketh Vannachit, MS)

ປະລິນຍາຕີ ສາຂາ ຄະນິດສາດ

ໜ່ວຍວິຊາ
ຕໍາແໜ່ງວິຊາການ:

ໜ່ວຍງານບໍລິການການສຶກສາ

ປທ. ນ. ປິ່ນຄໍາ ທານະວັນ (Pinkham THANAVANH, MSc)

ປະລິນຍາໂທ ສາຂາ ຄະນິດສາດ

ໜ່ວຍວິຊາ ວິເຄາະຄະນິດ ແລະ ສົມຜົນຈຸນລະຄະນິດ
ຕໍາແໜ່ງວິຊາການ:

ປທ. ຂັນຄຳ ວົງສະຫວ່າງ (Khankham Vongsavang, MSc)

ປະລິນຍາໂທ ສາຂາ ຄະນິດສາດ

ໜ່ວຍວິຊາ ວິເຄາະຄະນິດ ແລະ ສົມຜົນຈຸນລະຄະນິດ
ຕໍາແໜ່ງວິຊາການ: ຊ່ວຍອາຈານ