ຂໍ້ກຳນົດ
ວ່າດ້ວຍສະພາວິຊາການຂອງຄະນະວິທະຍາສາດທຳມະຊາດ
- ອີງຕາມ ຂໍ້ກຳນົດຂອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ສະບັບເລກທີ 2614/ມຊ. 2002 ວ່າດ້ວຍ ການບໍລິຫານ ຄຸ້ມຄອງ ຄະນະວິຊາ.
- ອີງຕາມ ຂໍ້ຕົກລົງຂອງອະທິການບໍດີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະວິທະຍາສາດທຳມະຊາດ ເລກທີ 846/ມຊ.ຈຕ ລົງວັນທີ 28 ກຸມພາ 2013.
- ອີງຕາມ ຂໍ້ກຳນົດຂອງຄະນະບໍດີ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຄະນະວິທະຍາສາດທຳມະຊາດ ສະບັບເລກທີ 66/ຄວທ ລົງວັນທີ 13 ມີນາ
- ອີງຕາມ ການຄົ້ນຄວ້າ ແລະ ສະເໜີຂອງ ຄະນະພັກຮາກຖານ ຄະນະວິທະຍາສາດທຳມະຊາດ ວ່າດ້ວຍການຜັນຂະຫຍາຍຂໍ້ກຳນົດຂອງ ຄະນະບໍດີ ຄະນະວິທະຍາສາດທຳມະຊາດ ກ່ຽວກັບການຈັດຕັ້ງ ແລະ ເຄື່ອນໄຫວຂອງຄະນະວິຊາ.
ໝວດທີ I
ວ່າດ້ວຍບົດບັນຍັດທົ່ວໄປ
ມາດຕາ 1: ຈຸດປະສົງ
ຂໍ້ກຳນົດສະບັບນີ້ ໄດ້ກຳນົດພາລະບົດບາດ, ໜ້າທີ່, ຂອບເຂດສິດ, ໂຄງປະກອບ ສະພາວິຊາການ ແລະ ລະບອບແບບແຜນວິທີເຮັດວຽກ ເພື່ອເປັນບ່ອນອີງທາງດ້ານນິຕິກຳໃຫ້ແກ່ການຈັດຕັ້ງ ແລະ ເຄື່ອນໄຫວວຽກງານຂອງຄະນະວິທະຍາສາດທຳມະຊາດໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ແຜນຍຸດທະສາດ ຂອງລັດຖະບານ ແລະ ຂອງມະຫາວິທະຍາໄລແຫ່ງຊາດໃນດ້ານການພັດທະນາຊັບພະຍາກອນມະນຸດ, ການຄົ້ນຄວ້າວິທະຍາສາດ ແລະ ການປົກປັກຮັກສາ ແລະ ສົ່ງເສີມສິລະປະວັດທະນະທຳຂອງຊາດ.
ມາດຕາ 2: ທີ່ຕັ້ງ ແລະ ພາລະບົດບາດ
ສະພາວິຊາການ ເປັນອົງປະກອບທາງດ້ານກົງຈັກການຈັດຕັ້ງຂອງຄະນະວິທະຍາສາດທຳມະຊາດ, ມີພາລະບົດບາດ ຄົ້ນຄວ້າ ແຜນພັດທະນາ ແລະ ປັບປຸງຫຼັກສູດ, ການຈັດຕັ້ງການຮຽນ-ການສອນ, ສື່ການສອນຕ່າງໆ, ການຄົ້ນຄວ້າວິທະຍາສາດ, ບໍລິການວິຊາການ, ຂໍ້ກຳນົດດ້ານວິຊາການ, ຢັ້ງຢືນເອກະສານວິຊາການ, ຄຸ້ມຄອງ ແລະ ຊຸກຍູ້ສົ່ງເສີມນັກວິຊາການເພື່ອຕອບສະໜອງໃຫ້ກັບຄະນະວິຊາພາຍໃຕ້ການຊີ້ນຳຂອງທ່ານຄະນະບໍດີ.
ໝວດທີ II
ວ່າດ້ວຍໜ້າທີ່ ແລະ ຂອບເຂດສິດຂອງ ສະພາ
ມາດຕາ 3: ໜ້າທີ່ ແລະ ຂອບເຂດສິດຂອງ ສະພາວິຊາການ
3.1 ໜ້າທີ່
-
ໃຫ້ຄຳປຶກສາຕໍ່ຄະນະບໍດີ ກ່ຽວກັບວຽກງານວິຊາການຄະນະວິຊາ.
-
ຄົ້ນຄວ້າ ແລະ ຮັບຮອງແຜນການໄລຍະສັ້ນ ແລະ ໄລຍະຍາວ ດ້ານວິຊາການ.
-
ພິຈາລະນາ ແລະ ຮັບຮອງປື້ມຕຳລາຮຽນ ແລະ ຜົນການຄົ້ນຄວ້າວິທະຍາສາດ ຂອງຄະນະວິຊາ.
-
ພິຈາລະນາຮັບຮອງເອົາແຜນພັດທະນາ ແລະ ປັບປຸງຫຼັກສູດການຮຽນ-ການສອນຂອງພາກວິຊາເພື່ອນຳສະເໜີຂໍອະນຸມັດຈາກຂັ້ນເທິງໃນການຈັດຕັ້ງປະຕິບັດ.
-
ພິຈາລະນາ ແລະ ຮັບຮອງລະບຽບວ່າດ້ວຍການຮຽນ-ການສອນ, ລະບຽບວ່າດ້ວຍການວັດ ແລະ ປະເມີນຜົນ ການຮຽນ-ການສອນ ທຸກຂັ້ນຕອນ ຕະຫຼອດເຖິງການຂຽນບົດ ແລະ ປ້ອງກັນບົດໂຄງການຈົບຊັ້ນ(ປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ), ການສອບເສັງຈົບຊັ້ນຂອງນັກສຶກສາ ແລະ ລະບຽບອື່ນໆ ທີ່ພົວພັນກັບວຽກວິຊາການ, ການຄົ້ນຄວ້າວິທະຍາສາດຂອງຄະນະວິຊາ.
-
ຄົ້ນຄວ້າ ແລະ ພິຈາລະນາເອກະສານຂໍຕໍາແໜ່ງວິຊາການຄູສອນຂັ້ນມະຫາວິທະຍາໄລແຫ່ງຊາດພາຍໃນຄະນະວິຊາ ແລະ ຄະນະວິຊາຕ່າງໆ ເພື່ອນຳສະເໜີຕໍ່ສະພາມະຫາວິທະຍາໄລແຫ່ງຊາດ.
3.2 ຂອບເຂດສິດ
-
ຮັບຮອງ ແລະ ຕົກລົງບັນດາຂໍ້ກຳນົດ, ກົດລະບຽບ, ຫຼັກການ ກ່ຽວກັບວຽກວິຊາການ ຂອງຄະນະວິຊາ ເພື່ອໃຫ້ຄະນະບໍດີ ອະນຸມັດ.
-
ສະເໜີແຕ່ງຕັ້ງຄະນະກຳມະການ, ອະນຸກຳມະການ ຫຼື ບຸກຄົນ ເພື່ອດຳເນີນວຽກງານຢູ່ໃນຂອບເຂດສິດຂອງສະພາວິຊາການ.
-
ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຄະນະບໍດີ.
ໝວດທີ III
ວ່າດ້ວຍໂຄງປະກອບການຈັດຕັ້ງຂອງສະພາ
ມາດຕາ 4: ໂຄງປະກອບການຈັດຕັ້ງສະພາວິຊາການ
4.1 ສະພາວິຊາການ
ປະກອບດ້ວຍປະທານ ແລະ ກຳມະການທີ່ຖືກແຕ່ງຕັ້ງໂດຍທ່ານຄະນະບໍດີ ເຊິ່ງປະກອບມີ:
-
ຮອງຄະນະບໍດີ ຝ່າຍວິຊາການ ເປັນປະທານ
-
ຮອງຄະນະບໍດີ, ຫົວໜ້າພາກວິຊາ.
-
ຫົວໜ້າພະແນກສຶກສາຫຼັງປະລິນຍາຕີ, ຫົວໜ້າພະແນກຄົ້ນຄວ້າ ແລະ ບໍລິການວິຊາການ.
-
ຄູ-ອາຈານ ຫຼື ນັກວິຊາການ ຫຼື ນັກຄົ້ນຄວ້າ ພາກວິຊາລະ 1 ທ່ານ.
-
ຫົວໜ້າພະແນກວິຊາການ ຫຼື ຫົວໜ້າພະແນກທີ່ກ່ຽວຂ້ອງ ເປັນເລຂາ
4.2 ວາລະການປະຕິບັດໜ້າທີ່ຜູ້ບໍລິຫານຂອງສະພາ
ຜູ້ບໍລິຫານທີ່ປະກອບດຳລົງຕຳແໜ່ງຢູ່ໃນ ສະພາວິຊາການຂອງຄະນະວິທະຍາສາດທຳມະຊາດ ມີວາລະການດຳເນີນງານ 5 ປີ ຈິ່ງມີການຄັດເລືອກ ແລະ ແຕ່ງຕັ້ງໃໝ່.
ໝວດທີ IV
ວ່າດ້ວຍລະບອບວິທີການເຮັດວຽກ ແລະ ການພົວພັນປະສານງານ
ມາດຕາ 5: ລະບອບແບບແຜນວິທີເຮັດວຽກ
ສະພາບໍລິຫານ ແລະ ສະພາວິຊາການເຄື່ອນໄຫວຕາມລະບຽບຫຼັກການດັ່ງລຸ່ມນີ້:
-
ເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ ແລະ ປະຕິບັດລະບອບຫົວໜ້າດຽວ.
-
ການເຄື່ອນໄຫວ ແລະ ດຳເນີນງານ ຂອງສະພາ ແມ່ນອີງໃສ່ທິດທາງແຜນການລວມຂອງຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ ບົນພື້ນຖານແນວທາງນະໂຍບາຍຂອງພັກ ແລະ ລັດ ແລ້ວຫັນເປັນແຜນການ ແລະ ໂຄງການລະອຽດ.
-
ປະຕິບັດລະບອບປະຊຸມ, ຖອດຖອນບົດຮຽນ, ກວດກາ-ປະເມີນຜົນ ແລະ ລາຍງານຕາມແຜນການທີ່ໄດ້ກຳນົດໄວ້.
ໝວດທີ V
ວ່າດ້ວຍບົດບັນຍັດມ້ວນທ້າຍ