​ສະຫຼຸບສົກຮຽນ 2021-2022  ແລະ ແຜນການສົກຮຽນ 2022-2023 ຂອງຄະນະ​ວິທະຍາສາດ​ທໍາ​ມະ​ຊາດ, ມຊ

​ສະຫຼຸບສົກຮຽນ 2021-2022  ແລະ ແຜນການສົກຮຽນ 2022-2023 ຂອງຄະນະ​ວິທະຍາສາດ​ທໍາ​ມະ​ຊາດ, ມຊ

ໃນຕອນບ່າຍຂອງວັນທີ່ 28/10/2022 ທີ່ຫ້ອງປະຊຸມຊັ້ນ 2 ຂອງ ມຊ, ຄະນະວິທະຍາສາດທຳມະຊາດໄດ້ຈັດພິທິສະຫຼຸບສົກຮຽນ 2021-2022 ແລະ ໄຂສົກຮຽນໃໝ່ ສົກສຶກສາ 2022 – 2023, ທ່ານ ຄະນະພັກມະຫາວິທະຍາໄລແຫ່ງຊາດ, ເລຂາຄະນະພັກຮາກຖານ,  ຮອງຄະນະບໍດີ ຄະນະວິທະຍາສາດທຳມະຊາດ ທ່ານ ປອ ແຫຼມທອງ ລັດດາວົງ ໃນນາມປະທານກອງປະຊຸມ ໄດ້ກ່າວເປີດພິທີ

ທ່ານ ປອ ວັນແສງ ຈຸນລະມະນີ ຜ່ານບົດສະຫຼຸບ ປະຈຳສົກສຶກສາ ຜ່ານມາ ໂດຍມີແບ່ງອອກເປັນຜົນງານການເຄື່ອນໄຫວດັ່ງນີ້: ດ້ານແນວຄິດການເມືອງ ພະນັກງານ ແລະ ຄູອາຈານ ທຸກພາກສ່ວນພາຍໃນຄະນະວິທະຍາສາດທໍາມະຊາດ ໄດ້ເອົາໃຈໃສ່ເຮັດວຽກງານ ການເມືອງ ແນວຄິດ ເຊິ່ງເຮັດໃຫ້ມີຄວາມອຸ່ນອ່ຽງທຸ່ນທ່ຽງຕໍ່ກັບສະພາບການທີ່ປ່ຽນແປງໃໝ່, ວຽກຄົ້ນຄ້ວາວິທະຍາສາດ ແລະ ບໍລິການວິຊາການຄູອາຈານ ໄດ້ເຂົ້າຮ່ວມກອງປະຊຸມ ແລະ ນໍາສະເໜີຜົນງານການຄົ້ນຄວ້າວິທະຍາສາດຢ່າງຕັ້ງໜ້າ ແລະ ທ່ານຍັງໄດ້ຜ່ານແຜນການປະຈຳສົກສຶກສາຖັດໄປໂດຍມີລາຍລະອຽດດັ່ງນີ້: ສືບຕໍ່ຜັນຂະຫຍາຍແຜນຍຸດທະສາດ 5 ປີ ຂອງ ມຊ ກໍຄືຂອງ ຄວທ ໃຫ້ປະກົດຜົນເປັນຈິງ ແລະ ມີປະສິດຕິພາບສູງ, ເພີ່ມທະວີການພົວພັນ ແລະ ແລກປ່ຽນບົດຮຽນທາງວິຊາການກັບບັນດາ ມະຫາວິທະຍາໄລພາຍໃນປະເທດ ແລະ ຕ່າງປະເທດ, ສະຖາບັນການຄົ້ນຄ້ວາ ແລະ ບັນດາກະຊວງຕ່າງໆ ໃຫ້ຫຼາຍຂື້ນ. ໃນວາລະກອງປະຊຸມດັ່ງກ່າວ ຍັງໄດ້ມອບໃບຍ້ອງຍໍໃຫ້ບັນດາພະນັກງານທີ່ຍາດໄດ້ຜົນງານທີ່ດີເດັ່ນ ໂດຍມີ 3 ປະເພດດັ່ງນີ້: ໃບຍ້ອງຍໍຂັ້ນກະຊວງສຶກສາຈຳນວນ 79 ທ່ານ, ຂັ້ນມະຫາວິທະຍາໄລແຫ່ງຊາດ 18 ທ່ານ ແລະ ຂັ້ນ ຄະນະວິຊາຈຳນວນ 3 ທ່ານ.

ໃນຕອນທ້າຍ ທ່ານ ປອ ແຫຼມທອງ ລັດດາວົງ ຄະນະພັກມະຫາວິທະຍາໄລແຫ່ງຊາດ, ເລຂາຄະນະພັກຮາກຖານ,  ຮອງຄະນະບໍດີ ຄະນະວິທະຍາສາດທຳມະຊາດໄດ້ມີຄຳເຫັນ ໂອ້ລົມ ແລະ ໃຫ້ທິດຊີ້ນຳແຕ່ລະພາກວິຊາ, ແຕ່ລະພະແນກ ແລະ ອົງການຈັດຕັ້ງທຸກຂັ້ນ ນໍາເອົາແຜນການນີ້ ໄປຜັນຂະຫຍາຍ ເປັນແຜນງານໃຫ້ລະອຽດ ແລະ ພ້ອມກັນຈັດຕັ້ງປະຕິບັດ ໃຫ້ເກີດຜົນເປັນຈິງ ແລະ ມີປະສິດທິພາບ.