ພິທີເປີດນຳໃຊ້ຫຼັກສູດປະລິນຍາເອກສາຂາ ຟີຊິກສາດ

ພິທີເປີດນຳໃຊ້ຫຼັກສູດປະລິນຍາເອກສາຂາ ຟີຊິກສາດ

ໃນວັນທີ 6 ຕຸລາ 2023 ຜ່ານມານີ້, ຄະນະວິທະຍາສາດທຳມະຊາດ (ຄວທ), ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີເປີດຫຼັກສູດ ປະລິນຍາເອກ ສາຂາ ຟີຊິກສາດ ຂຶ້ນທີ່ຫ້ອງປະຊຸມ FNS 405, ເຊິ່ງເປັນຫຼັກສູດທຳອິດ ຂອງຄະນະວິຊາ ໂດຍການເຂົ້າຮ່ວມຂອງ ທ່ານ ປອ. ຄຳແກ້ວ ຫານຊະນະ ຮອງຫົວໜ້າກົມການສຶກສາຊັ້ນສູງ, ກະຊວງສຶກສາທິການ ແລະ ກີລາ, ທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີ ມຊ ແລະ ທ່ານ ຮສ. ປອ. ແຫຼມທອງ ລັດດາວົງ ຄະນະບໍດີ ຄະນະວິທະຍາສາດທຳມະຊາດ, ມີຫົວໜ້າພາກວິຊາ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາຈຳນວນໜຶ່ງເຂົ້າຮ່ວມ.

ໃນພິທີທ່ານ ຮສ. ປອ. ສູນທອນ ສິງສຸໂພ ຮອງຫົວໜ້າພາກວິຊາ ຟີຊິກສາດ ຄວທ. ໄດ້ຂຶ້ນນຳສະເໜີກ່ຽວກັບຫຼັກສູດ ລະດັບປະລິນຍາເອກ ສາຂາ ຟີຊິກສາດ ເປັນເຫຼັກສູດ ຂຶ້ນກັບພາກວິຊາຟີຊິກສາດ; ຫຼັກສູດປະລິນຍາເອກວິທະຍາສາດ ສາຂາຟີຊິກສາດ ເປັນຫຼັກສູດທີ່ມີຄວາມມຸ່ງຫວັງກໍ່ສ້າງນັກວິຊາການ ລະດັບປະລິນຍາເອກ ໃຫ້ມີຄວາມຮູ້ຄວາມສາມາດ, ມີປະສົບການ ແລະ ມີຄວາມຮູ້ເລິກເຊິ່ງທາງດ້ານຟີຊິກສາດ ທີ່ສາມາດນຳໃຊ້ເຂົ້າໃນວຽກງານການຄົ້ນຄວ້າ, ເປັນຜູ້ໃຫ້ຄຳປຶກສາ ແລະ ພັດທະນາຟີຊິກສາດ, ມີຈັນຍາບັນຂອງນັກພັດທະນາ, ມີຄຸນສົມບັດສິນທຳປະຕິບັດ, ມີທັດສະນະມະຫາຊົນ, ມີທັດສະນະແຮງງານ, ຮູ້ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານວາງອອກ. ນອກຈາກນີ້, ຜູ້ທີ່ຮຽນຈົບຫຼັກສູດນີ້ ຍັງສາມາດ ສິດສອນຟີຊິກສາດລະດັບສູງ ຢູ່ຕາມສະຖາບັນການສຶກສາຊັ້ນສູງຕ່າງໆ ພາຍໃນປະເທດ ແລະ ໄປຄົ້ນຄວ້າດ້ານຟີຊິກສາດ ຢູ່ຕ່າງປະເທດ; ສາມາດ ນຳໃຊ້ທິດສະດີ, ຫຼັກການທາງດ້ານຟີຊິກສາດ ແລະ ເຄື່ອງມືຕ່າງໆທີ່ກ່ຽວຂ້ອງ ເຂົ້າໃນການແກ້ໄຂບັນຫາດ້ານທໍລະນີສາດ, ວັດສະດຸສາດ, ພະລັງງານທົດແທນ ແລະ ລັງສີນິວເຄລຍ; ປະດິດສ້າງເຄື່ອງມື, ອຸປະກອນ ແລະ ລະບົບຄວບຄຸມການຜະລິດ ເຂົ້າໃນການປະກອບອາຊີບທີ່ກ່ຽວຂ້ອງ.
ໄລຍະເວລາຂອງການຮຽນ-ການສອນແມ່ນ 3 ປີ, ມີ 6 ພາກຮຽນ, ກຳນົດໃນການຮັບນັກສຶກສາ 5 ຄົນຊຸດຮຽນ, ເລີ່ມດຳເນີນການຮຽນ-ການສອນ ສົກສຶກສາ 2023-2024, ເຊິ່ງຈັດຕັ້ງການຮຽນ-ການສອນ ຮູບແບບ 2 (ຮູບແບບການສຶກສາທີ່ເນັ້ນໃສ່ການຮຽນພາກທິດສະດີ ແລະ ການຄົ້ນຄວ້າວິທະຍາສາດ) ສອນເປັນລະບົບໜ່ວຍກິດ ໃນແຜນການຮຽນ ຊຶ່ງລວມທັງໝົດມີ 57 ໜ່ວຍກິດ. ສຳລັບອາຈານທີ່ຈະມາສິດສອນແມ່ນອາຈານຢູ່ພາຍໃນຄະນະ, ອາຈານຮັບເຊີນຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ ທັງພາຍໃນ ແລະຈາກປະເທດຫວຽດນາມ.
ຫຼັກສູດປະລິນຍາເອກວິທະຍາສາດ ສາຂາຟີຊິກສາດ ຂອງຄະນະວິທະຍາສາດທຳມະຊາດ ແມ່ນໄດ້ຮັບການອຸນຸມັດນຳໃຊ້ຢ່າງເປັນທາງການ ຕາມຂໍ້ຕົກລົງສະບັບເລກທີ 526/ສສກ, ລົງວັນທີ 15 ກຸມພາ 2023 ວ່າດ້ວຍການຮອງຮັບອະນຸມັດນຳໃຊ້ຫຼັກສູດປະລິນຍາເອກ ວິທະຍາສາດ ສາຂາຟີຊິກສາດຂອງ ຄວທ, ຊຶ່ງຄະນະຈັດຕັ້ງພິທີໄດ້ຂຶ້ນຜ່ານຂໍ້ຕົກລົງຕໍ່ທີ່ປະຊຸມຮັບຊາບໃນຕອນທ້າຍພິທີ.
ເບິ່ງລາຍລະອຽດເພີ່ມຕື່ມຂອງຫຼັກສູດ