ໃນຕອນບ່າຍຂອງວັນທີ່ 21 ເມສາ 2023 ທີ່ ສູນ Samsung Innovation Campus ຂອງຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຕັ້ງການສອບເສັງຄັດເລືອກເອົານັກສຶກສາໄວໜຸ່ມລາວທີ່ມີຄວາມສົນໃຈ ດ້ານການພັດທະນາໂປຣແກຣມ ແລະ ວິທະຍາສາດຂໍ້ມູນ, ໂດຍອີງຕາມແຈ້ງການ ສະບັບເລກທີ 034/ຄວທ ລົງວັນທີ 3 ເມສາ 2023, ເປີດຮັບສະໝັກ ວັນທີ 4 ເມສາ 2023 ຫາ 19 ເມສາ 2023 ຜ່ານມາ ແລະ ຈະສຳພາດວັນທີ 24 ເມສາ 2023ລວມຈຳນວນຜູ້ສະໝັກເຂົ້າສອບເສັງທັງໝົດ 131 ຄົນ.