
ຄວທ ສ້າງນັກສຶກສາອອກຮັບໃຊ້ສັງຄົມປະຈໍາປີ 2022 ຫຼາຍກວ່າ 400 ຄົນ
ໃນວັນທີ 9 ກັນຍາ 2022 ຜ່ານມານີ້, ຄະນະວິທະຍາສາດທໍາມະຊາດ(ຄວທ) ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີສະຫຼຸບຊຸດຮຽນ 2018-2022 ຮຸ່ນທີ 22 ຂຶ້ນທີ່ຫ້ອງປະຊຸມຂອງຄະນະຕົນ. ໂດຍການເປັນປະທານຂອງທ່ານ ຮສ. ປອ. ສົມຈັນ ບຸນພັນມີ ຮອງອະທິການບໍດີ ມຊ, ມີທ່ານ ປອ. ແຫຼມທອງ ລັດດາວົງ ຮອງຄະນະບໍດີ ຄວທ, ບັນດາທ່ານຮອງຄະນະບໍດີ, ແຂກທີ່ຖືກເຊີນ, ມີບັນດາຫົວໜ້າພາກ-ຮອງພາກ, ຫົວໜ້າພະແນກ-ຮອງພະແນກ, ພະນັກງານ, ຄູ-ອາຈານ ແລະນັກສຶກສາປີສຸດທ້າຍເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ປອ. ແຫຼມທອງ ລັດດາວົງ ໄດ້ຂຶ້ນຜ່ານບົດສະຫຼຸບຊຸດຮຽນ 2018-2022 ຮຸ່ນທີ 22 ເຊິ່ງທ່ານໃຫ້ຮູ້ວ່າ: ຄະນະວິທະຍາສາດທໍາມະຊາດ ປັດຈຸບັນມີ 5 ພາກວິຊາ ແລະ 6 ພະແນກບໍລິຫານ, ມີຫຼັກສູດທີ່ຖືກອະນຸມັດຈາກກະຊວງສຶກສາທິການ ແລະກີລາ ຈໍານວນ 23 ສາຂາ ໃນນັ້ນ ມີຫຼັກສູດປະລິນຍາໂທ 8 ສາຂາ, ຫຼັກສູດປະລິນຍາຕີ 14 ສາຂາ ແລະຫຼັກສູດຕໍ່ເນື່ອງອີກ 1 ສາຂາ. ຕະຫຼອດໄລຍະ 26 ປີຜ່ານມາ ຄະນະວິທະຍາສາດທໍາມະຊາດ ໄດ້ສໍາເລັດການສ້າງນັກສຶກສາ ຮຽນຈົບລະດັບປະລິນຍາຕີ 22 ຮຸ່ນ (ສົກຮຽນ 2000-2001 ເຖິງ ສົກຮຽນ 2021-2022) ລວມທັງໝົດຈໍານວນ 6,776 ຄົນ, ຍິງ 2,596 ຄົນ. ໃນນັ້ນ, ນັກສຶກສາຮຸ່ນທີ 22 (ຊຸດຮຽນ 2018-2022) ໄດ້ສຳເລັດການສຶກສາ ທັງໝົດຈໍານວນ 403 ຄົນ, ຍິງ 187 ຄົນ ແລະໃນນີ້ ໄດ້ຮັບປະກາສະນີຍະບັດກຽດນິຍົມ ຈຳນວນ 13 ຄົນ (ສາຂາຟີຊິກນິວເຄລຍ 1 ຄົນ, ສາຂາສະຖິຕິ 1 ຄົນ, ສາຂາຊີວະວິທະຍາ 1 ຄົນ, ສາຂາເຕັກໂນໂລຊີຊີວະພາບ 1 ຄົນ, ສາຂາການພັດທະນາເວບໄຊ 1 ຄົນ, ສາຂາການພັດທະນາໂປຣແກຣມຄອມພີວເຕີ 2 ຄົນ ແລະ ສາຂາວິທະຍາສາດຄອມພິວເຕີ 6 ຄົນ).
ຜ່ານການຈັດຕັ້ງປະຕິບັດໃນການສຶກສາຮໍ່າຮຽນ ແລະເຄື່ອນໄຫວກິດຈະກໍາຕ່າງໆ ຕະຫຼອດຊຸດຮຽນ (ຊຸດຮຽນ 2018-2022) ທັງໝົດ 403 ຄົນ, ຍິງ 187 ຄົນ ສາມາດຍາດໄດ້ຜົນງານຜົນເດັ່ນຄື ໄດ້ໃບນ້ອງຍໍດີເດັ່ນຮອບດ້ານ ຈໍານວນ 165 ຄົນ, ຍິງ 68 ຄົນ, ດີເດັ່ນດ້ານການຮຽນ ຈໍານວນ 22 ຄົນ, ຍິງ 07 ຄົນ ແລະດີເດັ່ນການເຄື່ອນໄຫວກິດຈະກໍານອກຫຼັກສູດ ຈໍານວນ 216ຄົນ, ຍິງ 112ຄົນ.
ຕອນທ້າຍໄດ້ມີພິທີມອບ-ຮັບໃບຍ້ອງຍໍ ແລະປະກາສະນີຍະບັດກຽດນິຍົມ ໂດຍການໃຫ້ກຽດມອບຂອງທ່ານ ຮສ.ປອ. ສົມຈັນ ບຸນພັນມີ ແລະ ທ່ານ ປອ. ແຫຼມທອງ ລັດດາວົງ.