ຄວທ ສ້າງຂະບວນການ ສະເຫລີມສະຫລອງວັນຄູແຫ່ງຊາດ 7 ຕຸລາ

ຄວທ ສ້າງຂະບວນການ ສະເຫລີມສະຫລອງວັນຄູແຫ່ງຊາດ 7 ຕຸລາ

ໃນວັນທີ່ 6 ຕຸລາທີ່ຜ່ານມາ, ຄະນະວິທະຍາສາດທຳມະຊາດ (ຄວທ) ມະຫາວິທະຍາໄລແຫ່ງຊາດ ໄດ້ສ້າງຂະບວນການເພື່ອສະເຫຼີມສະຫຼອງວັນຄູແຫ່ງຊາດ  7 ຕຸລາ ຄົບຮອບ 28 ປີເຊິ່ງມີກິດຈະກຳສຳຄັນດັ່ງນີ້:

ໃນຕອນເຊົ້າ, ຄະນະບໍດີ ຄະນະ​ວິທະຍາສາດທຳ​ມະ​ຊາດ, ມະຫາວິທະຍາໄລແຫ່ງຊາດ ນຳພາ ຄູ-ອາຈານ ຈໍານວນ 100 ທ່ານ, ເຂົ້າຢ້ຽມຊົມ ຫໍພິພິຕະພັນ ວຽງຈັນສິລະປະຮ່ວມສະໄໝ ເພື່ອເປັນຂອງຂວັນໃຫ້ກັບ ຄູ-ອາຈານ ພາຍໃນຄະນະວິທະຍາສາດທຳມະຊາດ ແລະ ເພື່ອສ້າງຂະບວນການຕ້ອນຮັບວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 28 ປີ (1994-2022).

         ໃນຕອນບ່າຍໄດ້ຈັດປາຖະກະຖາຫວນຄືນວັນຄູ, ທີ່ສະໂມສອນຊັ້ນ4 ຂອງຄະນະວິທະຍາສາດທຳມະຊາດ, ໂດຍການເປັນປະທານຂອງທ່ານ ປອ. ແຫຼມທອງ ລັດດາວົງ ຮອງຄະນະບໍດີ ຄະນະວິທະຍາສາດທຳມະຊາດ, ມີທ່ານຮອງຄະນະບໍດີ, ຫົວໜ້າ-ຮອງຫົວໜ້າພາກວິຊາ, ແຂກຖືກເຊີນ, ອະດີດພະນັກງານບຳນານ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

         ໃນພິທີ ທ່ານ ປອ. ແຫຼມທອງ ລັດດາວົງ ຮອງຄະນະບໍດີ ຄະນະວິທະຍາສາດທຳມະຊາດ ກໍໄດ້ຂຶ້ນກ່າວເປີດພິທີຕ້ອນຮັບແຂກ, ອ່ານປະຫວັດວັນຄູແຫ່ງຊາດ 7 ຕຸລາ ໂດຍທ່ານ ຮສ. ປອ. ບຸນຜັນ ຕັ້ນແພງ ພະນັກງານບຳນານອາດີດຄະນະບໍດີຄະນະວິທະຍາສາດທຳມະຊາດ, ຮັບຟັງການປາຖະກະຖາຫົວຂໍ້ ຄູທີີ່ດີຂອງພັກ ໂດຍທ່ານ ທ່ານ ຈິດ ທະວີໃສ ຫົວຫນ້າໂຄງການພັດທະນາຊນນະບົດ, ກະຊວງກະສິກໍາ ແລະ ປ່າໄມ້, ອ່ານສານອວຍພອນຄູ ແລະ ມອບກະຕ່າຫມາກໄມ້ໃຫ້ບັນດາຄູອາຈານ ແລະ ພະນັກງານບຳນານ, ໂດຍນັກສຶກສາ

         ຫຼັງຈາກນັ້ນທ່ານ ປອ ແຫຼມທອງ ລັດດາວົງ ຮອງຄະນະບໍດີ ຄະນະວິທະຍາສາທຳມະຊາດ ກໍໄດ້ກ່າວປິດພິທີ ແລະ ເຊື່ອເຊີນຜູ້ເຂົ້າຮ່ວມທັງໝົດຮ່ວມຮັບປະທານອາຫານຄ່ຳ.