ຄວທ ຈັດຕັ້ງ ແລະ ຮັບຟັງປາຖະກະຖາ ເພື່ອຫວນຄືນ 2 ວັນປະຫວັດສາດຂອງຊາດ.

ຄວທ ຈັດຕັ້ງ ແລະ ຮັບຟັງປາຖະກະຖາ ເພື່ອຫວນຄືນ 2 ວັນປະຫວັດສາດຂອງຊາດ.

ໃນວັນທີ 16 ກັນຍາ 2022 ຜ່ານມານີ້, ຄະນະວິທະຍາສາດທໍາມະຊາດ, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຕັ້ງພິທີປາຖະກະຖາ ວັນຄ້າຍວັນເກີດປະທານສຸພານຸວົງຄົບຮອບ 113 ປີ ແລະ ວັນຍຶດອຳນາດ 23 ສິງຫາ ຄົບຮອບຮອບ 77 ປີ ແລະ 47 ປີ (23 ສິງຫາ 1945 – 23 ສິງຫາ 2022 ແລະ 23 ສິງຫາ 1975-23 ສິງຫາ 2022). ງານດັ່ງກ່າວໄດ້ຈັດຂື້ນທີ່ຫ້ອງ FNS405 ຂອງຄະນະວິຊາ, ຊ່ຶງໃຫ້ກຽດບັນລະຍາຍໂດຍ ທ່ານ ນາງ ບຸນເພັງ ມູນໂພໄຊ ອະດີດກຳມະການສູນກາງພັກ 5 ສະໄໝ, ພະນັກງານບຳນານ ແລະ ມີຜູ້ເຂົ້າຮ່ວມຮັບຟັງຄື: ທ່ານ ປອ. ແຫຼມທອງ ລັດດາວົງ ຄະນະພັກມະຫາວິທະຍາໄລແຫ່ງຊາດ, ເລຂາຄະນະພັກຮາການ, ຮອງຄະນະບໍດີ ຄະນະວິທະຍາສາດທຳມະຊາດ, ບັນດາທ່ານ ຄະນະພັກຮາກຖານ, ຮອງຄະນະບໍດີ, ຄະນະໜ່ວຍພັກ, ຫົວໜ້າພາກວິຊາ, ຫົວໜ້າພະແນກ, ພ້ອມດ້ວຍພະນັກງານ, ຄູ-ອາຈານ ທັງໝົດພາຍໃນຄະນະວິທະຍາສາດທຳມະຊາດ ຈຳນວນ 66 ຄົນ ແລະ ຍິງ 24 ຄົນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນວາລະການປາຖະກະຖານັ້ນ, ທ່ານໄດ້ເລົ່າປະຫວັດຄວາມເປັນມາ,ຄວາມສຳຄັນຂອງ 2 ວັນປະຫວັດສາດຂອງຊາດ, ຍົກໃຫ້ເຫັນຄຸນສົມບັດ ສິນທຳປະຕິວັດ, ຄວາມເປັນຜູ້ນຳ, ນຳ້ໃຈຮັກຊາດ ຂອງປະທານສຸພາພານຸວົງ ໃຫ້ບັນດາພະນັກງານ, ຄູ-ອາຈານ ຄວນເອົາເປັນແບບຢ່າງ ໃນການປະຕິບັດວຽກງານ ແລະ ຫວນຄືນວັນຢຶດອຳນາດ 23 ສິງຫາ, ນ້ຳໃຈເສຍສະຫຼະຢ່າງອົງອາດກ້າຫານເພື່ອປະເທດຊາດ ຂອງຜູ້ນຳ ເພື່ອເປັນບົດຮຽນໃຫ້ແກ່ພະນັກງານຮຸ່ນຫຼັງ.
ໃນຕອນທ້າຍໄດ້ມີພິທີ ທ່ານ ຮສ. ສັກມອນ ສິີຣິສັກ ປະທານກວດກາ ຄະນະພັກຮາກຖານ, ຮອງຄະນະບໍດີ ຄະນະວິທະຍາສາດທຳມະຊາດ ກໍ່ໄດ້ກ່າວຄຳຂອບໃຈ, ສະແດງຄວາມຮູ້ບຸນຄຸນມາຍັງທ່ານ ນາງ ບຸນເພັງ ມູນໂພໄຊ ແລະ ມອບກະຕ່າໝາກໄມ້ເພື່ອເປັນການຂອບໃຈທີ່ທ່ານໄດ້ເສຍສະລະເວລາອັນມີຄ່າມາເປັນວິທະຍາກອນຂອງງານປະຖະກະຖາຄັ້ງນີ້.