ພິທີສະຫຼຸບຊຸດຮຽນ 2019-2023 (ຮຸ່ນທີ 23) ຂອງຄະນະວິທະຍາສາດທໍາມະຊາດ
ໃນຕອນເຊົ້າຂອງວັນທີ 26 ກັນຍາ 2023 ເວລາ 8:30ນາທີ, ຄະນະວິທະຍາສາດທໍາມະຊາດ ມະຫາວິທະຍາ ໄລແຫ່ງຊາດ(ມຊ) ໄດ້ຈັດຕັ້ງພິທີສະຫຼຸບຊຸດຮຽນ2019-2023(ຮຸ່ນທີ23) ຂຶ້ນທີ່ຫ້ອງປະຊຸມໃຫຍ່ຂອງຄະນະວິຊາ. ໂດຍການເປັນປະທານຂອງທ່ານ ສຈ.ປອ ຮຸ່ງເພັດ ຈັນທະວົງ ຮອງເລຂາອົງຄະນະພັກ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ພ້ອມດຽວກັນນີ້ກໍ່ຍັງມີທ່ານຄະນະບໍດີ, ບັນດາທ່ານຮອງຄະນະບໍດີ, ຫົວໜ້າພາກວິຊາ, ຫົວໜ້າພະແນກ, ພະນັກງານຄູ-ອາຈານ ແລະ ນັກສຶກສາປີສຸດທ້າຍ ຂອງຄະນະວິທະຍາສາດທໍາມະຊາດ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີດັ່ງກ່າວ ທ່ານ ຮສ.ປອ ແຫຼມທອງ ລັດດາວົງ ເລຂາຄະນະພັກຮາກຖານ ຄະນະບໍດີຄະນະວິທະຍາສາດທໍາມະຊາດ ໄດ້ຂື້ນຜ່ານບົດສະຫຼຸບຊຸດຮຽນ2019-2023(ຮຸ່ນທີ23) ຫຼັງຈາກນັ້ນກໍ່ໄດ້ມອບ-ຮັບໃບປະກາສະນີຍະບັດໃຫ້ຜູ້ທີ່ສໍາເລັດການສຶກສາ ຈໍານວນ 334ຄົນ, ເປັນເພດຍິງ 126ຄົນ (ພິເສດ: ມີນັກສຶກສາທີ່ໄດ້ຮັບໃບປະກາສະນີຍະບັດກຽດນິຍົມ ຈໍານວນ 19ຄົນ ຄື: ສາຂາເຄມີສາດ 02 ຄົນ, ສາຂາເຄມີສິງແວດລ້ອມ 01ຄົນ, ສາຂາຄະນິດສາດ 01ຄົນ, ສາຂາສະຖິຕິ 01ຄົນ, ສາຂາວິທະຍາສາດຄອມພິວເຕີ […]